ທ່ານ ເວືອງດີ່ງເຫ້ວ ໃຫ້ຮູ້ວ່າ ໃນສະພາບການໂລກພວມມີສິ່ງທ້າທາຍ, ຄວາມຫຍຸ້ງຍາກຫຼາຍຢ່າງ ແລະກາລະໂອກາດ, ຂະແໜງການເງິນມີບົດບາດໜ້າທີ່ສໍາຄັນທີ່ສຸດ. ທ່ານປະທານສະພາແຫ່ງຊາດໄດ້ສະແດງຄວາມໄວ້ເນື້ອເຊື່ອໃຈວ່າ ດ້ວຍລະດັບຄວາມຮູ້, ບົດຮຽນຂອງທ່ານ ບຸນໂຈມ ອຸບົນປະເສີດ ຈະນໍາພາຂະແໜງການເງິນລາວ ໝູນໃຊ້ບັນດາກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ, ຄວາມຫຍຸ້ງຍາກເພື່ອເປັນເສນາທິການຊ່ວຍພັກ, ລັດຖະບານ ແລະສະພາແຫ່ງຊາດລາວ ພັດທະນາໂດຍໄວ, ໝັ້ນຄົງ ແລະຍືນຍົງກວ່າອີກ.

leftcenterrightdel
ທ່ານ ເວືອງດີ່ງເຫ້ວ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ  ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ເວືອງດີ່ງເຫ້ວ ໃຫ້ຮູ້ວ່າ ສະພາແຫ່ງຊາດຫວຽດນາມ ແລະໃນນາມສ່ວນຕົວຍາມໃດກໍ່ສະໜັບສະໜູນ, ສ້າງເງື່ອນໄຂໃຫ້ຂະແໜງການເງິນສອງປະເທດເພີ່ມທະວີການພົບປະແລກປ່ຽນໜູນຊ່ວຍເຊິ່ງກັນແລະກັນ; ທ່ານຢັ້ງຢືນວ່າ ຖ້າກະຊວງການເງິນລາວ ປາດຖະໜາຢາກເຮັດວຽກກັບກໍາມາທິການການເງິນ-ງົບປະມານຂອງສະພາແຫ່ງຊາດກ່ຽວກັບບົດຮຽນຕິດຕາມກວດກາການເງິນ ແລະສາຍພົວພັນລະຫວ່າງສະພາແຫ່ງຊາດ ແລະລັດຖະບານໃນຂົງເຂດນີ້, ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະໃຫ້ການຮ່ວມມື ແລະ ແລກປ່ຽນ.

ທ່ານ  ບຸນໂຈມ ອຸບົນປະເສີດ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ກະຊວງການເງິນລາວ ສະເໜີໄປຢ້ຽມຢາມ ແລະແລກປ່ຽນການຮ່ວມມືຂອງສອງກະຊວງການເງິນໃນ 5 ປີຈະມາເຖິງ, ພ້ອມທັງຮຽນເອົາບົດຮຽນຈາກກະຊວງການເງິນຫວຽດນາມ ໃນການປະຕິຮູບວິສາຫະກິດ ແລະແກ້ໄຂໜີ້ສິນສາທາລະນະ. ສະເພາະໃນປີ 2022, “ປີສາມັກຄີມິດຕະພາບຫວຽດນາມ-ລາວ”, ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ, ສອງຝ່າຍຈະມີການເຄື່ອນໄຫວທີ່ເປັນຫຼາຍຮູບຫຼາຍແບບກວ່າອີກ.

ໂດຍ: ຈາງຫງວຽນ