ທ່ານ ເວືອງດີ່ງເຫ້ວ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ພົບປະກັບທ່ານ ມະໄລທອງ ກົມມະສິດ, ຢັ້ງຢືນວ່າຍາມໃດກໍ່ເອົາໃຈໃສ່ສໍາລັບຂະແໜງກວດສອບແຫ່ງລັດ. ທ່ານ ມະໄລທອງ ກົມມະສິດ ສະແດງຄວາມເປັນກຽດ ແລະຄວາມສະເທືອນໃຈເມື່ອໄດ້ພົບປະກັບທ່ານ ເວືອງດີ່ງເຫ້ວ, ເຊິ່ງເປັນການນໍາຄົນໜຶ່ງທີ່ມີບົດຮຽນ, ປະສົບການຫຼາຍໃນຂົງເຂດກວດສອບແຫ່ງລັດ.

leftcenterrightdel
ທ່ານ ເວືອງດີ່ງເຫ້ວ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນໄລຍະຈະມາເຖິງ, ສອງຝ່າຍຈະດໍາເນີນການສ້າງຂໍ້ຕົກລົງຮ່ວມມື, ຊຸກຍູ້ການພົບປະແລກປ່ຽນຄະນະ, ຈັດຕັ້ງການຝຶກອົບຮົມ, ແລກປ່ຽນບົດຮຽນກ່ຽວກັບການຫັນວຽກງານກວດສອບເປັນທັນສະໄໝ, ເນື່ອງໃນໂອກາດປີສາມັກຄີມິດຕະພາບ 2022 ຂໍ່ານັບຮັບຕ້ອນ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະຮ່ວມມືລະຫວ່າງສອງປະເທດ, ສອງອົງການກວດສອບແຫ່ງລັດຫວຽດນາມ ກໍ່ເຂົ້າຮ່ວມຈັດຕັ້ງຫຼາຍການເຄື່ອນໄຫວ, ໃນນັ້ນຄະນະກວດສອບແຫ່ງລັດລາວ ຈະມາຢ້ຽມຢາມຫວຽດນາມ ແລກປ່ຽນຫົວເລື່ອງສະເພາະ ແລະຢັ້ງຢືນວ່າ ສອງຝ່າຍຈະສົມທົບກັນສືບຕໍ່ຜັນຂະຫຍາຍບັນດາຂໍ້ລິເລີ່ມທີ່ທ່ານ ເວືອງດີ່ງເຫ້ວ ໄດ້ວາງອອກກ່ອນນີ້.

ທ່ານ ເວືອງດີ່ງເຫ້ວ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງອົງການກວດສອບແຫ່ງລັດຫວຽດນາມ ແລະລາວ ເພີ່ມທະວີບັນດາເນື້ອໃນຮ່ວມມື ແລະຮູບການຮ່ວມມືຮອບດ້ານກວ່າອີກ ເພື່ອແນໃສ່ສືບຕໍ່ປັບປຸງລະບອບລະບຽບການ, ກົງຈັກການຈັດຕັ້ງ ແລະວິຊາສະເພາະ, ວິຊາການທີ່ຢູ່ແຕ່ລະກົມກອງ, ເພື່ອກາຍເປັນອົງການແບບຢ່າງຢູ່ INTOSAI, ASOSAI, ASEANSAI.

ໂດຍ: ຈາງຫງວຽນ