ຕອນທ່ຽງວັນທີ 15 ພຶດສະພາ, ທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫວ້ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ໄປຮອດສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ແຫ່ງ ສປປ ລາວ, ເລີ່ມຕົ້ນການຢ້ຽມຢາມ ລາວ ຢ່າງເປັນທາງການ ຕາມຄໍາເຊື້ອເຊີນຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ.

leftcenterrightdel
ພິທີຕ້ອນຮັບທ່ານ ເວືອງດີ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ຢູ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ. ພາບ: ສໍານັກຂ່າວສານຫວຽດນາມ.

ການຢ້ຽມຢາມດໍາເນີນໃນລະຫວ່າງວັນທີ 15-17 ພຶດສະພາ ເພື່ອຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຢູ່ຊ່ອງທາງການທູດລັດຖະສະພາ; ສືບຕໍ່ຢັ້ງຢືນແຜນນະໂຍບາຍຂອງພັກ, ລັດຫວຽດນາມ ແມ່ນຍາມໃດກໍ່ສະຫງວນບູລິມະສິດສູງສຸດ ແລະຖືເປັນສໍາຄັນການພັດທະນາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ; ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຄວາມສະໜິດຕິດແໜ້ນລະຫວ່າງສອງປະເທດ.

ເນື່ອງໃນໂອກາດນີ້, ສອງຝ່າຍຈະແລກປ່ຽນທິດທາງ ແລະມາດຕະການລະອຽດເພື່ອແນໃສ່ຍົກສູງປະສິດທິຜົນການພົວພັນຮ່ວມມືລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ ໃນໄລຍະຈະມາເຖິງກວ່າອີກ; ແລກປ່ຽນ, ສົມທົບຫຼັກໝັ້ນກ່ຽວກັບບາງບັນຫາຍຸດທະສາດຢູ່ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຈັດຕັ້ງກອງປະຊຸມສໍາມະນາແລກປ່ຽນບົດຮຽນລະຫວ່າງ 2 ສະພາແຫ່ງຊາດກ່ຽວກັບກົນໄກນະໂຍບາຍເພື່ອຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມ ຫຼັງໂຄວິດ-19; ເຂົ້າຮ່ວມບັນດາກິດຈະກໍາສະເຫຼີມສະຫຼອງໃນປີສາມັກຄີມິດຕະພາບຫວຽດນາມ-ລາວ 2022.

ເນື່ອງໃນໂອກາດການຢ້ຽມຢາມ ສປປ ລາວ ຂອງທ່ານ ເວືອງດີ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ, ໜັງສືພິມປະຊາຊົນລາວ-ສຽງຂອງສູນກາງພັກປະຊາຊົນ ປະຕິວັດ ລາວ, ໄດ້ມີບົດນໍາລົງໃນໜ້າໜຶ່ງ ດ້ວຍຫົວຂໍ້ “ສາຍພົວພັນລາວ-ຫວຽດນາມ ນັບມື້ນັບເລິກເຊິ່ງ”. ບົດນໍາຢັ້ງຢືນວ່າການຢ້ຽມຢາມແມ່ນໂອກາດເພື່ອໃຫ້ສອງປະເທດສືບຕໍ່ພ້ອມກັນສືບທອດ, ເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ ໃຫ້ນັບມື້ນັບເລິກເຊິ່ງ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ໄຊນີດາ