ອາເມລິກາ ສະໜັບສະໜູນຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະປາດຖະໜາຢາກພ້ອມກັບອາເມລິກາ ສືບຕໍ່ຊຸກຍູ້ການພົວພັນສອງປະເທດ ໃຫ້ພັດທະນາບົນພື້ນຖານເຄົາລົບລະບອບການເມືອງຂອງກັນ, ສະຖຽນລະພາບ, ປະສິດທິຜົນ, ເນື້ອແທ້. ທ່ານ ຟ້າມມິງຈິ໊ງ ໃຫ້ຮູ້ ຫວຽດນາມ ກຳນົດວ່າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດແມ່ນບັນຫາຈຸດສຸມ, ຮີບດ່ວນ, ທັງເປັນສິ່ງທ້າທາຍ, ທັງເປັນກາລະໂອກາດເພື່ອຫັນຮູບແບບການພັດທະນາຕາມທິດສີຂຽວ, ຍືນຍົງ. ທ່ານ ຟ້າມມິງຈິ໊ງ ສະເໜີ ອາເມລິກາ ສືບຕໍ່ເອົາໃຈໃສ່, ຮ່ວມມື, ໜູນຊ່ວຍຫວຽດນາມ ດ້ານແຫຼ່ງກໍາລັງ, ການເງິນ, ພິເສດແມ່ນບັນດາບ້ວງເງິນກູ້ຢືມບຸລິມະສິດ, ພື້ນຖານໂຄງລ່າງ, ເຕັກໂນໂລຢີ, ການກໍ່ສ້າງຊັບພະຍາກອນມະນຸດ...

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ  ແລະທ່ານ John Kerry ທູດພິເສດຂອງປະທານາທິບໍດີອາເມລິກາ ກ່ຽວກັບດິນຟ້າອາກາດ. ພາບ: qdnd.vn.

ສ່ວນທ່ານ John Kerry ຢັ້ງຢືນຄືນໃໝ່ວ່າ ອາເມລິກາ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ ຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນຫວຽດນາມ ສວມບົດບາດເປັນເຈົ້າການ, ເນື້ອແທ້ຢູ່ພາກພື້ນ ແລະໃນການຮັບມືກັບບັນດາບັນຫາສາກົນ, ໃນນັ້ນມີການປ່ຽນແປງຂອງດິນຟ້າອາກາດ. ທ່ານ John Kerry ຢັ້ງຢືນວ່າ ລັດຖະບານອາເມລິກາ ແລະທ່ານເອງ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ, ອົງການຂອງຫວຽດນາມ; ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ຢ່າງສຸດຂີດໃນຂອບເຂດແຫຼ່ງກຳລັງເພື່ອພັດທະນາພະລັງງານທົດແທນ, ກໍ່ສ້າງພື້ນຖານໂຄງລ່າງແບບຍືນຍົງ…

ກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຕິດພັນກັບຄວາມເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ

ຕອນບ່າຍວັນທີ 14 ພຶດສະພາ, ໂດຍສືບຕໍ່ການຢ້ຽມຢາມ ແລະເຮັດວຽກຢູ່ອາເມລິກາ,  ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຢ້ຽມຢາມ, ກ່າວຄໍາເຫັນ ແລະເຂົ້າຮ່ວມການໂອ້ລົມສົນທະນານະໂຍບາຍຢູ່ມະຫາວິທະຍາໄລ Harvard, ນະຄອນ Cambridge, ລັດ Massachusetts.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ມະຫາວິທະຍາໄລ Harvard. ພາບ: qdnd.vn.

ໃນບົດກ່າວປາໄສສໍາຄັນຢູ່ມະຫາວິທະຍາໄລ Harvard, ທ່ານ ຟ້າມມິງຈິ໊ງ ໄດ້ສະຫງວນເວລາສ່ວນຫຼາຍເພື່ອໄຈ້ແຍກກ່ຽວກັບຫົວເລື່ອງກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຕິດພັນກັບຄວາມເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ເນື້ອແທ້, ມີປະສິດທິຜົນຢູ່ຫວຽດນາມ. ນີ້ແມ່ນວຽກງານທີ່ມີຄວາມໝາຍສຳຄັນພິເສດໃນສະພາບການໂລກປະຈຸບັນ. ຫວຽດນາມ ປາດຖະໜາຢາກເປັນເພື່ອນມິດທີ່ດີ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບໃນການແກ້ໄຂບັນດາບັນຫາໃນພາກພື້ນ, ສາກົນ ແລະບັນດາສິ່ງທ້າທາຍທົ່ວໂລກເພື່ອຄວາມວັດທະນາຖາວອນລວມ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມການໂອ້ລົມສົນທະນານະໂຍບາຍຢູ່ມະຫາວິທະຍາໄລ Harvard. ພາບ: qdnd.vn.

ກ່ຽວກັບແນວຄິດຕົ້ນຕໍ, ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ ກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ເນື້ອແທ້, ມີປະສິດທິຜົນ, ອີງໃສ່ 3 ເສົາຄ້ຳ, ຄື: ກໍ່ສ້າງພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ກໍ່ສ້າງລັດແຫ່ງອໍານາດນິຕິບັນຍັດສັງຄົມນິຍົມ ແລະກໍ່ສ້າງພື້ນຖານປະຊາທິປະໄຕ ສັງຄົມນິຍົມ. ທ່ານ ຟ້າມມິງຈິ໊ງ ກໍ່ຢັ້ງຢືນວ່າ ເອກະລາດ,  ເປັນເຈົ້າຕົນເອງດ້ານເສດຖະກິດຕ້ອງຕິດພັນກັບເອກະລາດ, ເປັນເຈົ້າຕົນເອງດ້ານການເມືອງ, ການທູດ ແລະເຊື່ອມໂຍງເຂົ້າກັບສາກົນ; ເຄົາລົບຄວາມແຕກຕ່າງກັນ ແລະລັກສະນະຫຼາຍຮູບຫຼາຍແບບຂອງເສດຖະກິດທົ່ວໂລກ.

ເພື່ອບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກ, ທ່ານ ຟ້າມມິງຈິ໊ງ ໄດ້ເຕື້ອງເຖິງບາງໜ້າທີ່, ມາດຕະການຕົ້ນຕໍ, ໃນນັ້ນມີການຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຄວາມໝັ້ນຄົງດ້ານການເມືອງ-ສັງຄົມ, ສ້າງພື້ນຖານ ແລະເງື່ອນໄຂສະດວກໃຫ້ການພັດທະນາພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ປັບປຸງລະບອບລະບຽບການເສດຖະກິດໃຫ້ສໍາເລັດຕາມທິດສັງຄົມນິຍົມຢ່າງຄົບຊຸດ, ທັນສະໄໝ, ເຊື່ອມໂຍງ, ເໝາະສົມກັບບັນດາຄຳໝັ້ນສັນຍາສາກົນ.

USAID ຈະໜູນຊ່ວຍຫວຽດນາມ ໃນການລ້າງພິດດີໂອຊິນ ແລະເກັບກູ້ລະເບີດບໍ່ທັນແຕກ

ວັນທີ 13 ພຶດສະພາ, ເນື່ອງໃນໂອກາດກອງປະຊຸມສຸດຍອດອາຊຽນ-ອາເມລິກາ ສະໄໝພິເສດ ຢູ່ນະຄອນຫຼວງວໍຊິງຕັນດີຊີ (ອາເມລິກາ), ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານນາງ Samantha Power ຜູ້ອໍານວຍການອົງການພັດທະນາສາກົນອາເມລິກາ (USAID).

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານນາງ Samantha Power ຜູ້ອໍານວຍການອົງການພັດທະນາສາກົນອາເມລິກາ (USAID). ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ,  ທ່ານ ຟ້າມມິງຈິ໊ງ ໄດ້ຕີລາຄາສູງການປະກອບສ່ວນຂອງ USAID ເຂົ້າໃນການພັດທະນາອັນດີງາມໃນໄລຍະຜ່ານມາຂອງການພົວພັນຫວຽດນາມ-ອາເມລິກາ ຜ່ານບັນດາການເຄື່ອນໄຫວໜູນຊ່ວຍຢ່າງມີປະສິດທິຜົນ, ປະກອບສ່ວນແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ແລະຊຸກຍູ້ການພັດທະນາແບບຍືນຍົງ ແລະກວມລວມຢູ່ຫວຽດນາມ. ທ່ານ ຟ້າມມິງຈິ໊ງ ຊົມເຊີຍແຜນການຂອງ USAID ເປີດກວ້າງການເຄື່ອນໄຫວຢູ່ຫວຽດນາມ, ຍູ້ໄວລະບຽບການອະນຸມັດ ແລະຜັນຂະຫຍາຍບັນດາໂຄງການເພື່ອແນໃສ່ຍົກສູງປະສິດທິຜົນການຊ່ວຍເຫຼືອພັດທະນາ. ທ່ານ ຟ້າມມິງຈິ໊ງ ສະເໜີ USAID ສືບຕໍ່ເພີ່ມທະວີການໜູນຊ່ວຍຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ສຸມໃສ່ແກ້ໄຂທາດພິດສີສົ້ມ/ດີໂອຊິນຢູ່ສະໜາມບິນບຽນຮວ່າ ແລະຈຸດຮ້ອນອື່ນໆ, ໜູນຊ່ວຍຄົນພິການ; ເອົາໃຈໃສ່ໜູນຊ່ວຍຫວຽດນາມ ໃນຂົງເຂດສາທາລະນະສຸກ, ວັດທະນະທຳ, ພິເສດແມ່ນຢູ່ເຂດຫ່າງໄກສອກຫຼີກ...

leftcenterrightdel
 ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານນາງ Samantha Power ຜູ້ອໍານວຍການອົງການພັດທະນາສາກົນອາເມລິກາ (USAID). ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານນາງ Samantha Power ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ USAID ຈະວາງຈຸດສຸມໜູນຊ່ວຍຫວຽດນາມ ລ້າງພິດດີໂອຊິນ ແລະເກັບກູ້ລະເບີດບໍ່ທັນແຕກ, ປົກປັກຮັກສາສິ່ງແວດລ້ອມທະເລ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການຫັນປ່ຽນພະລັງງານ. 

ກໍ່ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ແລະສະມາຊິກຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື 2 ສະບັບລະຫວ່າງ USAID ແລະກະຊວງແຜນການ ແລະການລົງທຶນຫວຽດນາມ ກ່ຽວກັບການຍົກສູງກໍາລັງຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດ ແລະການພັດທະນາກໍາລັງຄວາມສາມາດທ້ອງຖິ່ນຂອງຫວຽດນາມ ດ້ວຍໄລຍະປະຕິບັດຮອດປີ 2028, ຍອດມູນຄ່າ ODA 100 ລ້ານໂດລາສະຫະລັດ ແລະປະກາດການປະຕິບັດໂຄງການເພີ່ມທະວີກໍາລັງຄວາມສາມາດແກ່ງແຍ້ງພາກເອກະຊົນຫວຽດນາມ (IPS-C) ຮອດປີ 2025, ລວມຍອດມູນຄ່າ ODA 36,3 ລ້ານໂດລາສະຫະລັດ.

ໂດຍ: ເຈິ່ນຮວ່ຽນ