ຢັ້ງຢືນການສະໜັບສະໜູນຫຼັກໝັ້ນຂອງອາຊຽນ ກ່ຽວກັບທະເລຕາເວັນອອກ

ທີ່ກອງປະຊຸມ, ການນໍາອາເມລິກາ ໄດ້ປະກາດຫຼາຍຂໍ້ສະເໜີ, ຂໍ້ລິເລີ່ມຮ່ວມມືກັບອາຊຽນ. ຜູ້ນໍາອາຊຽນ ສະແດງຄວາມຂອບໃຈອາເມລິກາ ທີ່ໄດ້ໜູນຊ່ວຍເປັນເຈົ້າການຮັບມືກັບພະຍາດໂຄວິດ-19, ຊ່ວຍຍົກສູງກໍາລັງຄວາມສາມາດຮັບມືກັບໂລກລະບາດ, ສະໜອງວັກຊິນ ແລະຫວ່າງແລ້ວນີ້ ໄດ້ສ້າງຕັ້ງຫ້ອງການພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງສູນຄວບຄຸມ ແລະສະກັດກັ້ນໂລກລະບາດ (CDC)  ອາເມລິກາ ປະຈໍາ ຮ່າໂນ້ຍ. ບັນດາປະເທດອາຊຽນ ປາດຖະໜາວ່າ ອາເມລິກາ ສືບຕໍ່ສະໜັບສະໜູນບັນດາຂໍ້ລິເລີ່ມສະກັດກັ້ນ ແລະຕ້ານພະຍາດໂຄວິດ-19 ຂອງອາຊຽນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ທີ່ກອງປະຊຸມສຸດຍອດອາຊຽນ-ອາເມລິກາ ສະໄໝພິເສດ. ພາບ: ກວາງເຟືອງ.

ໃຫ້ຂໍ້ສັງເກດກ່ຽວກັບສະພາບການໂລກ ແລະພາກພື້ນທີ່ສືບຕໍ່ຜັນແປຢ່າງສັບສົນດ້ວຍຫຼາຍສິ່ງທ້າທາຍໃໝ່ເກີດຂຶ້ນ, ອາຊຽນ ແລະອາເມລິກາ ຢັ້ງຢືນວ່າຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ, ໃນນັ້ນມີຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນທະເລ ແລະການບິນ ຢູ່ທະເລຕາເວັນອອກ. ອາເມລິກາ ຢັ້ງຢືນສະໜັບສະໜູນຫຼັກໝັ້ນຂອງອາຊຽນ ກ່ຽວກັບທະເລຕາເວັນອອກ, ຊົມເຊີຍອາຊຽນຊຸກຍູ້ການຮ່ວມມື, ເຈລະຈາ ແລະສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ພາກພື້ນ, ມານະພະຍາຍາມ ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ ຢ່າງມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982...

ຊຸກຍູ້ການເຈລະຈາຢ່າງຈິງໃຈ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຮັບຜິດຊອບ, ຄວາມສາມັກຄີ, ເຄົາລົບກົດໝາຍ

ທີ່ວາລະປະຊຸມກັບປະທານາທິບໍດີ Joe Biden, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຕີລາຄາວ່າ ການຮ່ວມມືອາຊຽນ-ອາເມລິກາ ມີບາດກ້າວເດີນທີ່ຍາວໄກ, ປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະຮັກສາສັນຕິພາບ, ສະຖຽນລະພາບ ແລະພັດທະນາຢູ່ພາກພື້ນ, ຕໍ່ໜ້າການຜັນແປຢ່າງສັບສົນ, ຄາດເດົາໄດ້ຍາກໃນປັດຈຸບັນຂອງສະພາບການໂລກ ແລະພາກພື້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ເນັ້ນໜັກວ່າ ຕ້ອງສືບຕໍ່ຊຸກຍູ້ການເຈລະຈາຢ່າງຈິງໃຈ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຮັບຜິດຊອບ, ສາມັກຄີ, ຮ່ວມແຮງຮ່ວມໃຈ, ຮ່ວມມືກັນ, ຄວບຄຸມຄວາມບໍ່ລົງລອຍກັນ, ເຄົາລົບກົດໝາຍ, ປະກອບສ່ວນຫັນໂລກແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາວັດທະນາຖາວອນ ໃຫ້ປະກົດຜົນເປັນຈິງ.

ທ່ານ ຟ້າມມິງຈີ໊ງ ຊີ້ແຈ້ງວ່າ ຫວຽດນາມ ຢັ້ງຢືນຄືນໃໝ່ຫຼັກໝັ້ນ, ຫຼັກການຂອງອາຊຽນ ກ່ຽວກັບທະເລຕາເວັນອອກ, ເນັ້ນໜັກວ່າ ຕ້ອງແກ້ໄຂການຂັດແຍ້ງກັນ, ຄວາມແຕກຕ່າງໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີ UNCLOS 1982. ທ່ານນາຍົກລັດຖະມົນຕີ ຊົມເຊີຍບັນດາຄູ່ຮ່ວມມືສະໜັບສະໜູນອາຊຽນ ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ໃຫ້ຄົບຖ້ວນ ແລະມີປະສິດທິຜົນ, ສ້າງ COC ມີປະສິດທິພາບ, ປະສິດ ທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະ UNCLOS 1982.

ທີ່ວາລະປະຊຸມກ່ຽວກັບຄວາມໝັ້ນຄົງທາງທະເລ ແລະສະກັດກັ້ນ ແລະຕ້ານພະຍາດໂຄວິດ-19, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຊົມເຊີຍບັນດາຂໍ້ລິເລີ່ມຂອງ ອາເມລິກາ ກ່ຽວກັບການເພີ່ມທະວີການຮ່ວມມືທາງທະເລກັບພາກພື້ນ.

leftcenterrightdel
ກອງປະຊຸມສຸດຍອດອາຊຽນ-ອາເມລິກາ ສະໄໝພິເສດ. ພາບ: ກວາງເຟືອງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະເໜີໃຫ້ອາເມລິກາ ສືບຕໍ່ຊ່ວຍເຫຼືອບັນດາປະເທດອາຊຽນ ໃນການສະກັດກັ້ນ ແລະຕ້ານໂລກລະບາດ, ໂດຍສະເພາະແມ່ນການຖ່າຍທອດເຕັກໂນໂລຢີໃນການຜະລິດວັກຊິນ ແລະຢາປິ່ນປົວ, ຍົກສູງກໍາລັງຄວາມສາມາດດ້ານການແພດ ແລະຄຸນນະພາບຊັບພະຍາກອນການແພດ; ພ້ອມທັງໜູນຊ່ວຍບັນດາປະເທດອາຊຽນ ແລະຫວຽດນາມ ເອົາໃຈໃສ່, ເບິ່ງແຍງດູແລ, ຊ່ວຍເຫຼືອກຸ່ມດ້ອຍໂອກາດທີ່ໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19.

ກ່າວຄໍາເຫັນທີ່ວາລະປະຊຸມກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນພະລັງງານສະອາດ ແລະພື້ນຖານໂຄງລ່າງແບບຍືນຍົງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຫວັງວ່າ ອາເມລິກາ ຈະຜັນຂະຫຍາຍການຮ່ວມມືໃນຂອບເຂດການພົວພັນຄູ່ຮ່ວມມືແມ່ນໍ້າຂອງ-ອາເມລິກາ ຢ່າງມີປະສິດທິຜົນ, ປະກອບສ່ວນຮັບປະກັນຄຸນນະພາບການພັດທະນາ, ໜູນຊ່ວຍການພັດທະນາຢ່າງສະໝໍ່າສະເໝີ ແລະຍືນຍົງ. ພ້ອມທັງເຊີດຊູຄວາມມານະພະຍາຍາມຂອງບັນດາປະເທດ, ການຮ່ວມມືຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຜ່ານການຫັນປ່ຽນໂຄງປະ ກອບເສດຖະກິດ, ນໍາໃຊ້ຄວາມກ້າວໜ້າຂອງວິທະຍາສາດເຕັກນິກ, ພັດທະນາພະລັງງານທົດແທນ, ຊຸກຍູ້ການຫັນປ່ຽນພະລັງງານສະອາດ, ກໍ່ສ້າງພື້ນຖານໂຄງລ່າງທີ່ ມີຄຸນນະພາບສູງ, ມຸ່ງໄປເຖິງການພັດທະນາສີຂຽວ ແລະຍືນຍົງ.

ສິ້ນສຸດກອງປະຊຸມ, ຜູ້ນໍາບັນດາປະເທດ ໄດ້ຮັບຮອງເອົາຖະແຫຼງການວິໄສທັດຮ່ວມ ທີ່ສ່ອງແສງບັນດາໝາກຜົນບັນລຸໄດ້ໃນ 45 ປີຜ່ານມາ ແລະວາງອອກທິດທາງໃນຕໍ່ໜ້າ.

ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ

ຕອນເຊົ້າວັນດຽວກັນ, ຢູ່ວໍຊິງຕັນດີຊີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ມີການພົບປະກັບທ່ານ Antony Blinken ລັດຖະມົນຕີການຕ່າງປະເທດອາເມລິກາ ແລະທ່ານ Jake Sullivan ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ.

ທີ່ການຕ້ອນຮັບທ່ານ Antony Blinken, ທ່ານ ຟ້າມມິງຈີ໊ງ ໄດ້ແລກປ່ຽນກ່ຽວກັບການພົວພັນສອງຝ່າຍລະຫວ່າງຫວຽດນາມ-ອາເມລິກາ, ໃນນັ້ນຢັ້ງຢືນວ່າ ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນແຖວໜ້າຂອງຫວຽດນາມ; ຊົມເຊີຍບັນດາໝາກຜົນທີ່ຕັ້ງໜ້າໃນການພົວພັນສອງປະເທດ ໃນໄລຍະຜ່ານມາ, ເຊິ່ງສະແດງອອກໃຫ້ເຫັນຜ່ານການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຢູ່ທຸກຂະແໜງການ ແລະຂົງເຂດ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ ເຊິ່ງ ອາເມລິກາ ມີທ່າແຮງ ແລະຫວຽດນາມ ມີຄວາມສາມາດບົ່ມຊ້ອນ ຄື ການສຶກສາ-ກໍ່ສ້າງ, ວິທະຍາສາດ-ເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດສ້າງ, ເລີ່ມທຸລະກິດ...

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຕ້ອນຮັບທ່ານ Antony Blinken ລັດຖະມົນຕີການຕ່າງປະເທດອາເມລິກາ. ພາບ: ກວາງເຟືອງ

ສ່ວນທ່ານ Antony Blinken ໄດ້ຢັ້ງຢືນຄືນໃໝ່ວ່າ ອາເມລິກາ ຈະສະໜັບສະໜູນຫວຽດນາມ ທີ່ເຂັ້ມແຂງ, ເອກະລາດ, ວັດທະນາຖາວອນ; ທ່ານ ເນັ້ນໜັກວ່າ ອາເມລິກາ ຖືບັນຫາແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມແມ່ນໜຶ່ງໃນບັນດາບຸລິມະສິດສູງໃນການພົວພັນກັບຫວຽດນາມ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ປາດຖະໜາວ່າ ຫວຽດນາມ ຈະຕັ້ງໜ້າສືບຕໍ່ເຂົ້າຮ່ວມຄວາມມານະພະຍາຍາມຂອງສາກົນ ເພື່ອຄວບຄຸມໂລກລະບາດ; ຊົມເຊີຍບັນດາຄໍາໝັ້ນສັນຍາຂອງຫວຽດນາມ ທີ່ກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26)  ແລະຢັ້ງຢືນວ່າ ອາເມລິກາ ຈະໜູນຊ່ວຍຫວຽດນາມ ປະຕິບັດຄໍາໝັ້ນສັນຍານີ້.

ທີ່ການຕ້ອນຮັບທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະເໜີໃຫ້ ອາເມລິກາ ສືບຕໍ່ເອົາໃຈໃສ່, ໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຫັນປ່ຽນເຕັກໂນໂລຢີ, ຫັນປ່ຽນດີຈີຕອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງແທດຈິງ, ມີປະສິດທິຜົນ ແລະຫັນລະບົບການສະໜອງໃຫ້ເປັນຫຼາຍຮູບຫຼາຍແບບ, ຮັບມືກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ...

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຕ້ອນຮັບທ່ານ Jake Sullivan ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ. ພາບ: ກວາງເຟືອງ. 

ສ່ວນທ່ານ Jake Sullivan ເນັ້ນໜັກວ່າ  ອາເມລິກາ ຖືເປັນສໍາຄັນການພົວພັນກັບຫວຽດນາມ, ຕີລາຄາສູງຄວາມສາມາດແກ້ໄຂບັນດາສິ່ງທ້າທາຍຂອງຫວຽດນາມ, ທ່ານ Jake Sullivan ໃຫ້ຄໍາໝັ້ນສັນຍາຈະສືບຕໍ່ສະຫງວນແຫຼ່ງກໍາລັງໜູນຊ່ວຍຫວຽດນາມ ຮັບມືກັບບັນດາສິ່ງທ້າທາຍ ຄື: ພະຍາດໂຄວິດ-19, ການປ່ຽນແປງຂອງດິນຟ້າອາກາດ, ຄວາມສ່ຽງຕັດຂາດລະບົບການສະໜອງ...

ກໍ່ໃນໄລຍະຢູ່ວໍຊິງຕັນດີຊີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອາເມລິກາ ສະໄໝພິເສດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ມີການພົບປະຢູ່ນອກກອງປະຊຸມກັບທ່ານ Joko Widodo ປະທານາທິບໍດີ ອິນໂດເນເຊຍ, ທ່ານ Dato' Sri Ismail Sabri bin Yaakob ນາຍົກລັດຖະມົນຕີ ມາເລເຊຍ ແລະນາຍົກລັດຖະມົນຕີ ໄທ ປຣະຍຸດ ຈັນໂອຊາ ເພື່ອຊຸກຍູ້ບັນດາເນື້ອໃນຮ່ວມມືສອງຝ່າຍທີ່ສໍາຄັນກັບແຕ່ລະປະເທດ, ກໍຄືແລກປ່ຽນກ່ຽວກັບບາງບັນຫາພາກພື້ນ ແລະສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ຕ້ອນຮັບທ່ານ Roger Jenkins ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດສໍາຫຼວດ ແລະຂຸດຄົ້ນນໍ້າມັນອາຍແກັສ Murphy Oil ຂອງອາເມລິກາ.

ໂດຍ: ໄຊຊະນະ