ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈີ໊ງ ຕີລາຄາສູງບົດບາດ, ການປະກອບສ່ວນຂອງກໍາປູເຈຍ ໃນຖານະເປັນປະທານອາຊຽນ, ໃນນັ້ນມີການຊຸກຍູ້ຜັນຂະຫຍາຍການປະຕິບັດ “ຄວາມເຫັນດີເຫັນພ້ອມ 5 ຂໍ້” ຂອງອາຊຽນ ກ່ຽວກັບມຽນມາ. ທ່ານ ຟ້າມມິງຈີ໊ງ ກໍ່ອວຍພອນບັນດາໝາກຜົນຕັ້ງໜ້າ ທີ່ກໍາປູເຈຍ ບັນລຸໄດ້ໃນການຄວບຄຸມໂລກລະບາດ ແລະເປີດປະຕູຮອບດ້ານຄືນໃໝ່ໂດຍໄວ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ກໍາປູເຈຍ ຈະຈັດຕັ້ງການເລືອກຕັ້ງສະພາຂັ້ນຕາແສງໃນຕົ້ນເດືອນມິຖຸນາ ປີ 2022 ກໍຄືການເລືອກຕັ້ງສະພາແຫ່ງຊາດໃນປີ 2023 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

leftcenterrightdel
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ ຮຸນແຊນ ນາຍົກລັດຖະມົນຕີ ກໍາປູເຈຍ. ພາບ: VGP

ສ່ວນທ່ານ ຮຸນແຊນ ກໍ່ຕີລາຄາສູງຕໍ່ຜົນງານ ເຊິ່ງຫວຽດນາມ ບັນລຸໄດ້ໃນການຮັບມືກັບພະຍາດໂຄວິດ-19, ຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມ; ເຊື່ອໝັ້ນວ່າ ລັດຖະບານ ແລະປະຊາຊົນຫວຽດນາມ ຈະສືບຕໍ່ບັນລຸຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດປ່ຽນແປງໃໝ່ ແລະເຊື່ອມໂຍງເຂົ້າກັບສາກົນ; ຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນຂອງຫວຽດນາມ ໃຫ້ແກ່ກໍາປູເຈຍ ໃນຖານະບົດບາດເປັນປະທານອາຊຽນ 2022...

ເພື່ອສືບຕໍ່ຊຸກຍູ້ການພົວພັນ “ບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ລະຫວ່າງສອງປະເທດ ໃນໄລຍະຈະມາເຖິງ, ນາຍົກລັດຖະມົນຕີ ສອງທ່ານ ເຫັນດີຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງໃນ “ປີມິດຕະພາບຫວຽດນາມ-ກໍາປູເຈຍ, ກໍາປູເຈຍ-ຫວຽດນາມ ປີ 2022”, ສົມທົບກັນຈັດຕັ້ງບັນດາກິດຈະກໍາທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (24/6/1967– 24/6/2022); ມານະພະຍາຍາມຮັກສາທ່າພັດທະນາດ້ານການຄ້າ-ການລົງທຶນ; ຊຸກຍູ້ການທ່ອງທ່ຽວ, ໃນນັ້ນມີການທ່ອງທ່ຽວທາງບົກ; ນໍາໃຊ້ລະບົບດ່ານຊາຍແດນຢ່າງມີປະສິດທິຜົນ ເພື່ອສ້າງເງື່ອນໄຂໃຫ້ແກ່ການພົວພັນດ້ານການຄ້າ ແລະການພົບປະປະຊາຊົນ; ເສີມຂະຫຍາຍຜົນການຂີດເສັ້ນຊາຍແດນ ປັກຫຼັກໝາຍຊາຍແດນປະມານ 84% ເສັ້ນຊາຍແດນທາງບົກ ແລະສືບຕໍ່ແກ້ໄຂວຽກງານຂີດເສັ້ນຊາຍແດນ ປັກຫຼັກໝາຍຊາຍແດນປະມານ 16% ທີ່ຍັງເຫຼືອ; ສົມທົບກັນກໍ່ສ້າງ ເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບລະຫວ່າງສອງປະເທດ.

ໂດຍ: ໄຊຊະນະ