ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກເຖິງຄວາມສຳຄັນຂອງບໍລິເວນທີ່ເອກອັກຄະລັດຖະທູດ ແລະຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ຈະດໍາລົງຕຳແໜ່ງໃນໄລຍະຈະມາເຖິງ; ໃນສະພາບການຂອງໂລກ ແລະພາກພື້ນ, ຜົນສະທ້ອນຂອງພະຍາດໂຄວິດ-19 ທີ່ກະທົບຕໍ່ວຽກງານການທູດພ້ອມກັບຄວາມສະດວກຈາກຖານະບົດບາດ, ທ່າແຮງບົ່ມຊ້ອນ, ອິດທິພົນຊື່ສຽງຂອງປະເທດຫວຽດນາມ ນັບມື້ນັບເພີ່ມຂຶ້ນ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ມອບຂໍ້ຕົກລົງແຕ່ງຕັ້ງໃຫ້ຮອງລັດຖະມົນຕີຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ໄປຄຽງຄູ່ກັບການປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງບໍ່ຢຸດຢັ້ງ, ເອກອັກຄະລັດຖະທູດ ແລະຫົວໜ້າອົງການຜູ້ຕາງໜ້າຫວຽດນາມປະຈຳບັນດາອົງການຈັດຕັ້ງສາກົນຄວນເອົາໃຈໃສ່ ແລະຊຸກຍູ້ການພົວພັນສອງຝ່າຍໃນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນ, ການທ່ອງທ່ຽວ, ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ກໍ່ສ້າງ, ໂດຍສະເພາະແມ່ນຖ່າຍຖອດເຕັກໂນໂລຢີ, ດຶງດູດແຫຼ່ງເງິນລົງທຶນທີ່ມີຄຸນນະພາບສູງ ແລະຊຸກຍູ້ຄູ່ຮ່ວມມືຕ່າງໆສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າສົ່ງອອກຂອງຫວຽດນາມ.

ເອກອັກຄະລັດຖະທູດຕ້ອງສະໜິດຕິດພັນຢ່າງແໜ້ນແຟ້ນກັບທ້ອງຖິ່ນ ແລະວິສາຫະກິດ ເພື່ອໂຄສະນາໃຫ້ຜະລິດຕະພັນ, ການບໍລິການ ແລະການເຊື່ອມຕໍ່ລະຫວ່າງວິສາຫະກິດຂອງຫວຽດນາມ ກັບບັນດາວິສາຫະກິດຂອງປະເທດເພື່ອນມິດ; ຍູ້ແຮງການທູດສອງຝ່າຍ ແລະຫຼາຍຝ່າຍ; ຂໍ້ລິເລີ່ມຂອງຫວຽດນາມ ຢູ່ບັນດາເວທີປາໄສຂອງບັນດາອົງການຈັດຕັ້ງສາກົນ; ເພີ່ມທະວີການໂຄສະນາກ່ຽວກັບຮູບພາບຂອງປະເທດ, ກໍ່ຄືຄຸນຄ່າວັດທະນະທຳ ແລະ ຄວາມສາມາດບົ່ມຊ້ອນພັດທະນາ, ເພື່ອປະກອບສ່ວນດຶງດູດແຫຼ່ງກຳລັງຈາກພາຍນອກເພື່ອພັດທະນາປະເທດໃຫ້ນັບມື້ນັບຍືນຍົງ.

ໂດຍ: ທະນາພອນ