ຢູ່ທີ່ຫ້ອງປະຊຸມໃຫຍ່ກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານກອງປະຊຸມ ແລະເຜີຍແຜ່, ຊາບຊຶມໂດຍກົງບັນດາຂໍ້ສະຫຼຸບ, ຂໍ້ກໍານົດຂອງສູນກາງ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ເຜີຍແຜ່, ຊາບຊຶມບັນດາເນື້ອໃນຂໍ້ສະຫຼຸບ, ຂໍ້ກໍານົດຂອງສູນກາງພັກທີ່ກອງປະຊຸມ. ພາບ: ຈ້ອງຫາຍ.

ຕາງໜ້າການນໍາຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ໄດ້ສະເໜີ, ຊາບຊຶມບັນດາເນື້ອໃນພື້ນຖານ, ຫຼັກແຫຼ່ງໃນຂໍ້ສະຫຼຸບ ສະບັບເລກທີ 21-KL/TW ລົງວັນທີ 25 ຕຸລາ 2021 ຂອງກອງປະຊຸມຄັ້ງທີ 4, ຄະນະບໍລິຫານງານສູນກາງພັກ ຊຸດທີ XIII ວ່າດ້ວຍການຍູ້ແຮງການກໍ່ສ້າງ, ປັບປຸງພັກ ແລະລະບົບການເມືອງ, ສະກັດກັ້ນ, ຍູ້ຖອຍຢ່າງເດັດຂາດ, ປະຕິບັດວິໄນ, ລົງໂທດພະນັກງານ, ສະມາຊິກພັກ ທີ່ເສື່ອມທາດເສຍຄຸນດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດ, ປະກົດການ “ຫັນປ່ຽນໂດຍຕົນເອງ”, “ປ່ຽນແປງໂດຍຕົນເອງ”; ຂໍ້ກໍານົດສະບັບເລກທີ 37-QĐ/TW ລົງວັນທີ 25 ຕຸລາ 2021 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XIII ວ່າດ້ວຍຂໍ້ຫ້າມສໍາລັບສະມາຊິກພັກ; ຕິດພັນກັບການປະຕິບັດບັນດາຂໍ້ສະຫຼຸບ, ຂໍ້ກໍານົດຂອງສູນກາງໃນອົງຄະນະພັກກອງທັບ ແລະທົ່ວກອງທັບ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ຈ້ອງຫາຍ.

ປະຕິບັດຕາມແຜນການຂອງກົມການເມືອງ ແລະບັນດາເອກະສານແນະນໍາຂອງສູນກາງພັກ ກ່ຽວກັບການຜັນຂະຫຍາຍຂໍ້ສະຫຼຸບກອງປະຊຸມສູນກາງພັກ ຄັ້ງທີ 4 ຊຸດທີ XIII; ການນໍາຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຮຽກຮ້ອງທົ່ວກອງທັບເປີດບັ້ນດໍາເນີນຊີວິດການເມືອງຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບການກໍ່ສ້າງ, ປັບປຸງພັກ ແລະລະບົບການເມືອງ. ອົງຄະນະພັກກອງທັບ ແລະທົ່ວກອງທັບ ປະຕິບັດການຮໍ່າຮຽນ, ຊາບຊຶມໃຫ້ເປັນຢ່າງດີ; ຫັນເປັນລະອຽດ, ຜັນຂະຫຍາຍຂໍ້ສະຫຼຸບ, ຂໍ້ກໍານົດຂອງສູນກາງ, ມະຕິຂອງຄະນະພັກການທະຫານສູນກາງ ເຂົ້າໃນພຶດຕິກໍາຕົວຈິງຂອງອົງການ, ກົມກອງຂອງຕົນເອງໂດຍໄວ. ຄະນະພັກ, ຫົວໜ້າການເມືອງ, ພະນັກງານການເມືອງ, ຜູ້ບັນຊາການ ແລະອົງການການເມືອງທຸກຂັ້ນຄວນສຸມໃສ່ຊີ້ນໍາ, ນໍາພາຈັດຕັ້ງການຮໍ່າຮຽນ, ຊາບຊຶມ, ຜັນຂະຫຍາຍການປະຕິບັດ ແລະເປີດບັ້ນດໍາເນີນຊີວິດການເມືອງດ້ວຍເນື້ອໃນ, ຮູບການທີ່ເໝາະສົມ, ບັນລຸປະສິດທິພາບທີ່ແທດຈິງຢູ່ທຸກຂັ້ນ, ທຸກເປົ້າໝາຍໃນອົງການ, ກົມກອງຢ່າງແໜ້ນແຟ້ນ, ເຂັ້ມງວດ.

 

ໂດຍ: ໄຊຊະນະ