ການພົບປະສັງສັນໄດ້ດຳເນີນໃນບັນຍາກາດທີ່ອົບອຸ່ນ, ສະໜິດສະໜົມ ແລະສົມກຽດ. ຕາງໜ້າການນຳພັກ, ລັດ, ທ່ານ ຫງວຽນຝູຈ້ອງ ຍ້ອງຍໍຊົມເຊີຍ, ສະແດງຄວາມຂອບອົກຂອບໃຈ ແລະຕີລາຄາສູງຄວາມມານະພະຍາຍາມ ແລະໝາກຜົນເຊິ່ງສະມາຄົມຜູ້ອາຍຸສູງຫວຽດນາມ ບັນລຸໄດ້ໃນ 5 ປີຜ່ານມາ.

ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ວັດທະນະທຳ ແລະຄຸນສົມບັດຂອງຊາວຫວຽດນາມ ແຕ່ດຶກດຳບັນຈົນຮອດປະຈຸບັນແມ່ນ “ເຄົາລົບຜູ້ອາຍຸສູງ, ຮັກແພງເດັກນ້ອຍ”. ໃນປະຫວັດສາດແຫ່ງການພັດທະນາຂອງຊາດເຮົາ, ຜູ້ອາຍຸສູງມີການປະກອບສ່ວນອັນໃຫຍ່ຫຼວງຫຼາຍຢ່າງໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ມອບພາບເປັນເຄື່ອງເຄືອບດິນເຜົາໃຫ້ແກ່ສະມາຄົມຜູ້ອາຍຸສູງຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ຫງວຽນຝູຈ້ອງ ສະເໜີສະມາຄົມຜູ້ອາຍຸສູງ ສືບຕໍ່ກໍສ້າງສະມາຄົມໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ, ເພີ່ມທະວີການພັດທະນາສະມາຊິກຂອງສະມາຄົມ; ຍົກສູງຄຸນນະພາບການເຄື່ອນໄຫວປະຕິບັດງານ, ໂດຍສະເພາະແມ່ນສະມາຄົມຂັ້ນຮາກຖານ; ເສີມຂະຫຍາຍບົດບາດຫຼັກແຫຼ່ງແກ່ນສານຂອງສະມາຄົມໃນຂະບວນການ “ທົ່ວປວງຊົນເບິ່ງແຍງດູແລ, ເສີມຂະຫຍາຍບົດບາດຜູ້ອາຍຸສູງ”, ສູ້ຊົນເພື່ອໃຫ້ຜູ້ອາຍຸສູງໄດ້ດຳລົງຊີວິດດ້ວຍຄວາມມ່ວນຊື່ນ, ມີສຸຂະພາບເຂັ້ມແຂງ ແລະມີຄວາມຜາສຸກໃນຄອບຄົວ ແລະສັງຄົມ.

ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ສະມາຄົມຕ້ອງເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງໃນການເຂົ້າຮ່ວມການກໍ່ສ້າງພັກ, ອຳນາດການປົກຄອງ, ຕໍ່ສູ້, ຕ້ານການສໍ້ຫຼາດບັງຫຼວງ, ໄພຫຍໍ້ທໍ້, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມ; ສົມທົບກັບແນວໂຮມປະເທດຊາດ ແລະອົງການຈັດຕັ້ງມະຫາຊົນຢ່າງແໜ້ນແຟ້ນໃນການກໍ່ສ້າງ, ປະຕິບັດ ແລະຕິດຕາມກວດກາການປະຕິບັດກົດໝາຍວ່າດ້ວຍຜູ້ອາຍຸສູງ, ໂຄງການດຳເນີນງານແຫ່ງຊາດກ່ຽວກັບຜູ້ອາຍຸສູງ ແລະບັນດານະໂຍບາຍ, ລະບອບສຳລັບຜູ້ອາຍຸສູງ. ສະມາຄົມຜູ້ອາຍຸສູງ ຕ້ອງເຮັດບົດບາດແມ່ນຂົວເຊື່ອມຕໍ່ລະຫວ່າງພັກ ແລະປະຊາຊົນເປັນຢ່າງດີ.

ໂດຍ: ແສງເດືອນ