ກ່ອນໜ້ານັ້ນ, ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ, ຕອນບ່າຍວັນທີ 2 ທັນວາ ຕາມເວລາທ້ອງຖິ່ນ, ທ່ານປະທານປະເທດ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມີການພົບປະກັບຜູ້ຕາງໜ້າພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລັດເຊຍ. ການພົບປະໄດ້ຈັດຂຶ້ນຢູ່ນະຄອນຫຼວງມົດສະກູ ແລະໄດ້ເຊື່ອມຕໍ່ທາງອອນລາຍກັບສະຖານທີ່ເຊື່ອມຕໍ່ຢູ່ Krasnodar, Voronezh, St. Petersburg ແລະ Irkutsk.

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ເປັນສັກຂີພິຍານພິທີມອບ-ຮັບລົດຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ ຊ່ວຍເຫຼືອກົມກູ້ໄພກູ້ຊີບ, ກະຊວງປ້ອງກັນປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ຫວຽດນາມ ຢັ້ງຢືນ ແລະຈະສືບຕໍ່ເດີນຕາມແນວທາງການຕ່າງປະເທດຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ແຕ່ ພັກ ແລະລັດ  ຖືເປັນສໍາຄັນພິເສດເຖິງການພົວພັນກັບສະຫະພັນລັດເຊຍ. ແບ່ງປັນກັບຄວາມຫຍຸ້ງຍາກລໍາບາກຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລັດເຊຍ ໃນໄລຍະພະຍາດໂຄວິດ-19 ແຜ່ລະບາດ, ທ່ານປະທານປະເທດ ຫງວຽນຊວນຟຸກ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າປະຊາຄົມຊາວຫວຽດນາມ ອາໄສຢູ່ລັດເຊຍ ໄດ້ຜ່ານຜ່າໄລຍະຫຍຸ້ງຍາກທີ່ສຸດຂອງໂລກລະບາດ. ນອກນີ້ ທ່ານປະທານປະເທດ ຍັງໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ແລະການປະກອບສ່ວນຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລັດເຊຍ ທີ່ສະຫງວນໃຫ້ແກ່ພໍ່ແມ່ປະຊາຊົນຢູ່ພາຍໃນປະເທດ, ຖືນີ້ແມ່ນການກະທໍາອັນດີງາມເພື່ອມຸ່ງໄປຫາປະເທດຊາດ, ພິເສດແມ່ນໃນໄລຍະພະຍາດໂຄວິດ-19 ແຜ່ລະບາດ.

ທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເປັນສັກຂີພິຍານພິທີມອບຮັບໃບຍ້ອງຍໍຂອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ສະມາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ ແລະບຸກຄົນດີເດັ່ນຈໍານວນໜຶ່ງ ທີ່ຕັ້ງໜ້າປະກອບສ່ວນໃຫ້ແກ່ວຽກງານກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນຊຸມປີຜ່ານມາ, ພິເສດແມ່ນວຽກງານໜູນຊ່ວຍປະຊາຄົມ ໃນໄລຍະພະຍາດໂຄວິດ-19 ແຜ່ລະບາດ.

ຕອນບ່າຍໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມສໍານັກງານບໍລິສັດນໍ້າມັນອາຍແກັດ Zarubezhneft ແລະພົບປະໂອ້ລົມກັບການນໍາ, ນັກຊ່ຽວຊານລັດເຊຍ ຮຸ່ນຕ່າງໆ ທີ່ເຮັດວຽກຢູ່ບໍລິສັດຮ່ວມທຸລະກິດຫວຽດນາມ-ລັດເຊຍ Vietsovpetro ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງ. ເພື່ອຮັບຮູ້ການປະກອບສ່ວນຕໍ່ກັບການພັດທະນາຂອງບໍລິສັດຮ່ວມທຸລະກິດຫວຽດນາມ-ລັດເຊຍ Vietsovpetro, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ປະດັບຫຼຽນໄຊມິດຕະພາບຂອງລັດຫວຽດນາມ ໃຫ້ທ່ານ Zubov ປະທານບໍລິສັດນໍ້າມັນອາຍແກັດ Zarubezhneft ແລະ ທ່ານ Kudryashov ຜູ້ອໍານວຍການໃຫຍ່.

ໂດຍ: ໄຊຊະນະ