leftcenterrightdel
ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn

60 ປີຜ່ານມາ, ໂຮງຮຽນນາຍທະຫານບົກ ເລກ 2 ໄດ້ກໍ່ສ້າງພະນັກງານໃຫ້ ແກ່ກອງທັບກວ່າ 73.000 ຄົນ. ຢູ່ໂຮງຮຽນແຫ່ງນີ້, ຫຼາຍສະຫາຍໄດ້ກາຍເປັນນາຍພົນ ແລະພະນັກງານຫຼັກແຫຼ່ງໃນທົ່ວກອງທັບ... ປີ 2020-2021, ຍ້ອນຜົນສະທ້ອນຈາກພະຍາດໂຄວິດ-19, ໂຮງຮຽນໄດ້ປັບປ່ຽນແຜນການສິດສອນ, ຝຶກແອບໃຫ້ສອດຄ່ອງກັບເປົ້າໝາຍຄວບຄູ່. ໂຮງຮຽນ ໄດ້ຈັດສົ່ງພະນັກງານ, ຄູອາຈານ, ນັກຮຽນກວ່າ  3.000 ຄົນໄປໜູນຊ່ວຍຕ້ານພະຍາດໂຄວິດ-19 ຢູ່ບັນດາແຂວງ: ດົ່ງນາຍ, ບິ່ງເຢືອງ, ບ່າເຣ້ຍ-ຫວູງເຕົາ ແລະນະຄອນໂຮ່ຈີມິນ, ເຊິ່ງ ຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນທອງຖິ່ນ ຮັບຮູ້, ຕີລາຄາສູງ. ສິ້ນສຸດສົກຮຽນ, ທົ່ວໂຮງຮຽນ ມີນັກຮຽນກວ່າ 95% ຈົບໂຮງຮຽນ ແລະບັນລຸຄະແນນໃນລະດັບດີ ແລະເກັ່ງ.

leftcenterrightdel
ທ່ານນາງຮອງປະທານປະເທດ ປະດັບຫຼຽນໄຊພິລະອາດຫານຊັ້ນສອງໃຫ້ໂຮງຮຽນ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານ ທີ່ໂຮງຮຽນນາຍທະຫານບົກເລກ 2 ບັນລຸໄດ້ໃນຕະຫຼອດໄລຍະ 60 ປີຜ່ານມາ. ທ່ານນາງຮອງປະທານປະເທດ ໃສ່ໃຈວ່າ: ໂຮງຮຽນຄວນສືບຕໍ່ຊາບຊຶມບັນດາມະຕິ, ຄໍາສັ່ງກ່ຽວກັບໜ້າທີ່ການສຶກສາ-ກໍ່ສ້າງ, ອົບຮົມ-ຝຶກແອບ, ການທະຫານ, ການປ້ອງກັນຊາດ, ປົກປັກຮັກສາປະເທດຊາດ; ຕັ້ງໜ້າປ່ຽນແປງໃໝ່ເນື້ອໃນ, ລາຍການ, ວິທີສອນ ແລະຮຽນ; ເປັນເຈົ້າການຄົ້ນຄວ້າ, ເຂົ້າເຖິງວິທະຍາສາດເຕັກໂນໂລຢີທີ່ທັນສະໄໝ, ເຂົ້າເຖິງຮູບແບບໂຮງຮຽນອັດສະລິຍະເທື່ອລະກ້າວ... ຖັນແຖວພະນັກງານ ໂດຍໂຮງຮຽນກໍ່ສ້າງ ຕ້ອງຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການກໍ່ສ້າງ, ກຽມພ້ອມສູ້ຮົບ ແລະສູ້ຮົບຂອງກອງທັບ ໃນໄລຍະໃໝ່, ມີຄຸນທາດການເມືອງທີ່ໝັ້ນຄົງ, ເກັ່ງດ້ານກໍາລັງສູ້ຮົບ, ບັນຊາ, ຄຸ້ມຄອງ, ຝຶກແອບທະຫານ; ເປັນແບບຢ່າງໃນການປະຕິບັດຕາມລະບຽບວິໄນ, ມີແບບແຜນດໍາລົງຊີວິດທີ່ມີວັດທະນະທໍາ, ເປັນພະນັກງານ “ທັງມີຄຸນສົມບັດ, ທັງເກັ່ງວິຊາສະເພາະ ຢ່າງແທ້ຈິງ”...

ໂດຍ: ໄຊຊະນະ