ເຂົ້າຮ່ວມພິທີໄຂກອງປະຊຸມຢູ່ສຳນັກງານສະພາແຫ່ງຊາດມີທ່ານ: ເລຂາທິການໃຫຍ່ ຫງວຽນຝູຈ້ອງ; ອະດີດເລຂາທິການໃຫຍ່ ນົງດຶກແມັ້ງ; ປະທານປະເທດ ຫງວຽນຊວນຟຸກ; ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ; ບັນດາສະຫາຍການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ; ບັນດາສະຫາຍນັກປະຕິວັດອາວຸໂສ ແລະແຂກສາກົນ.

leftcenterrightdel
ບັນຍາກາດວາລະໄຂກອງປະຊຸມທີ່ຫໍສະພາແຫ່ງຊາດ. ພາບ: ຈ້ອງຫາຍ.

ກ່າວປາໄສໄຂກອງປະຊຸມ, ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເນັ້ນໜັກວ່າ ກອງປະຊຸມສະໄໝສາມັນ ເທື່ອທີ 2, ສະພາແຫ່ງຊາດ ຊຸດທີ XV ໄດ້ດໍາເນີນໃນສະພາບການທີ່ປະເທດປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ພື້ນຖານເສດຖະກິດທົ່ວໂລກໄດ້ຮັບການຟ້ື້ນຟູແຕ່ຊ້າລົງ. ຢູ່ພາຍໃນປະເທດ, ພະຍາດໂຄວິດ-19 ແຜ່ລະບາດ ຄັ້ງທີ 4 ດ້ວຍສາຍພັນໃໝ່, ໄດ້ແຜ່ລະບາດຢ່າງວ່ອງໄວ ແລະເປັນອັນຕະລາຍຫຼາຍກວ່າ, ຜັນແປສັບສົນກວ່າ, ຍາກທ່ີຈະຄາດຄະເນລ່ວງໜ້າໄດ້, ຄວບຄຸມໄດ້ຍາກໄດ້ສົ່ງຜົນກະທົບຢ່າງຫຍໍ້ທໍ້ເຖິງຫຼາຍຂົງເຂດ, ສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງການຜະລິດ, ດຳເນີນທຸລະກິດ, ການຫາເງິນລ້ຽງຊີບ ແລະຊີວິດການເປັນຢູ່ຂອງປະຊາຊົນ.

ຕາງໜ້າສະພາແຫ່ງຊາດ, ປະທານສະພາແຫ່ງຊາດ ໄດ້ແບ່ງປັນຢ່າງເລິກເຊິ່ງຕໍ່ຄວາມເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດ  ແລະຊັບສິນ, ຄວາມຫຍຸ້ງຍາກເຊິ່ງປະຊາຊົນຕ້ອງປະເຊີນໜ້າ; ຕອບບຸນແທນຄຸນ, ເຊີດຊູພໍ່ແມ່ປະຊາຊົນ, ພະນັກງານ, ນັກຮົບ, ບັນດາກຳລັງຢູ່ດ່ານໜ້າຕ້ານໂລກລະບາດ, ໂດຍສະເພາະແມ່ນຂະແໜງສາທາລະນະສຸກ, ບັນດາກຳລັງປະກອບອາວຸດ ແລະພະນັກງານຢູ່ຮາກຖານໂດຍບໍ່ຫົວຊາຕໍ່ອັນຕະລາຍ, ກຽມພ້ອມເສຍສະຫຼະສຸຂະພາບ ແລະຊີວິດ, ອຸທິດຈົນສຸດຄວາມສາມາດຂອງຕົນເພື່ອເປົ້າໝາຍສູງສຸດແມ່ນຮັກສາຊີວິດ, ສຸຂະພາບ ແລະຊີວິດການເປັນຢູ່ຂອງປະຊາຊົນ ແລະການພັດທະນາແບບຍືນຍົງ, ຄວາມຍືນຍົງຄົງຕົວຂອງປະເທດ.

leftcenterrightdel
ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກ່າວປາໄສໄຂກອງປະຊຸມ. ພາບ: ຈ້ອງຫາຍ.

ປະທານສະພາແຫ່ງຊາດ ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດ, ບົນພື້ນຖານສະພາບຕົວຈິງຂອງຂະແໜງການ, ຂົງເຂດ ແລະທ້ອງຖິ່ນຂອງຕົນ, ພ້ອມທັງເລີ່ມຈາກຜົນປະໂຫຍດສູງສຸດຂອງປະເທດ, ຂອງປະເທດ ຈົ່ງເຂົ້າຮ່ວມບັນດາວາລະປະຊຸມຄົບຄະນະຂອງສະພາແຫ່ງຊາດ, ບັນດາກອງປະຊຸມຂອງສະພາຊົນເຜົ່າ, ບັນດາກຳມາທິການຂອງສະພາແຫ່ງຊາດ, ຂອງບັນດາໜ່ວຍ ແລະຄະນະສະມາຊິກສະພາແຫ່ງຊາດໃຫ້ຄົບຖ້ວນ ເພື່ອຄົ້ນຄວ້າຢ່າງລະອຽດ, ປຶກສາຫາລືຢ່າງຟົດຟື້ນ, ປະກອບຫຼາຍຄຳເຫັນຢ່າງເລິກເຊິ່ງ, ມີຄຸນນະພາບ, ຊັກຖາມຖືກບັນຫາຈຸດສຸມ ເຊິ່ງຜູ້ມີສິດເລືອກຕັ້ງໃນທົ່ວປະເທດສົນໃຈ, ຕັດສິນບັນຫາສຳຄັນ, ປະກອບສ່ວນສ້າງຜົນສຳເລັດຂອງກອງປະຊຸມ, ຕອບສະໜອງຄວາມຄອງຄອຍຂອງປະຊາຊົນ ແລະຜູ້ມີສິດເລືອກຕັ້ງໃນທົ່ວປະເທດ.

ວັນທີ 21 ຕຸລາ, ສະພາແຫ່ງຊາດສືບຕໍ່ເຮັດວຽກ.

ໂດຍ: ແສງເດືອນ