ທີ່ການເຮັດວຽກ, ສະຫາຍ ເລຮວ່າຍຈູງ ຊົມເຊີຍບັນດາສະຫາຍຫົວໜ້າອົງການຜູ້ຕາງໜ້າ ທີ່ໄດ້ຮັບການມອບໝາຍໜ້າທີ່ສຳຄັນຈາກພັກ ແລະລັດ, ແລກປ່ຽນກ່ຽວກັບວຽກງານພົວພັນຕ່າງປະເທດຂອງຫວຽດນາມ, ທິດທາງຊຸກຍູ້ວຽກງານຢູ່ທັງ 3 ເສົາຄ້ຳໃຫ້ມີປະສິດທິຜົນ, ນັ້ນແມ່ນ: ການທູດພັກ, ການທູດລັດ ແລະການທູດປະຊາຊົນ ເພື່ອປະຕິບັດແນວທາງພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ.

leftcenterrightdel
ການນຳຄະນະພົວພັນຕ່າງປະເທດສູນກາງພັກຖ່າຍຮູບທີ່ລະນຶກກັບຄະນະຜູ້ແທນຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ. ພາບ: baoquocte.vn.

ຕາງໜ້າຄະນະ, ສະຫາຍ ຫງວຽນກ໊ວກຢູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຖືວ່າ ການເຮັດວຽກຄັ້ງນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາສະຫາຍຫົວໜ້າອົງການຜູ້ຕາງໜ້າແລກປ່ຽນກ່ຽວກັບວຽກງານການທູດພັກ  ແລະການທູດປະຊາຊົນ, ພ້ອມທັງຢັ້ງຢືນຈະມານະພະຍາຍາມປະຕິບັດໜ້າທີ່ເຊິ່ງໄດ້ຮັບມອບໝາຍໃຫ້ເປັນຢ່າງດີ.

ໂດຍ: ແສງເດືອນ