ທີ່ການພົບປະ, ລັດຖະມົນຕີ ບຸ່ຍແທັງເຊີນ ຢືນຢັນວ່າ ຫວຽດນາມ ຖືເປັນສໍາຄັນ ແລະປາດຖະໜາຢາກສືບຕໍ່ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະຣູມານີ  ເລິກເຊິ່ງກວ່າອີກ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ ແລະທ່ານນາງ Cristina Romila ເອກອັກຄະລັດຖະທູດຣູມານີ ປະຈໍາ ຫວຽດນາມ. ພາບ: dangcongsan.vn.

ເນື່ອງໃນໂອກາດນີ້, ຕາງໜ້າລັດຖະບານ ແລະປະຊາຊົນຫວຽດນາມ, ລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະປະຊາຊົນຣູມານີ  ທີ່ໄດ້ຊ່ວຍເຫຼືອວັກຊິນ AstraZeneca ຈໍານວນ 300.000 ໂດສ ແລະພ້ອມແລ້ວທີ່ຈະມອບໂອນວັກຊິນຈໍານວນຫຼາຍໃຫ້ຫວຽດນາມ ບົນຫຼັກການປອດການຄ້າ.

ທີ່ການພົບປະ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ຕີລາຄາສູງການເຄື່ອນໄຫວທີ່ຕັ້ງໜ້າ ແລະມີປະສິດທິຜົນຂອງທ່ານນາງເອກອັກຄະລັດຖະທູດ Cristina Romila ໃນການເພີ່ມທະວີການຮ່ວມມືຫວຽດນາມ-ຣູມານີ  ໃນຫຼາຍຂົງເຂດ ແລະຮຽກຮ້ອງໃຫ້ທ່ານນາງເອກອັກຄະລັດຖະທູດ ສົມທົບກັນຊຸກຍູ້ການຢ້ຽມຢາມ ແລະການພົບປະທຸກຂັ້ນ, ເພີ່ມທະວີການຮ່ວມມືໃນຂົງເຂດຮ່ວມມືທີ່ມີມາກ່ອນ, ຄື: ການສຶກສາ-ກໍ່ສ້າງ, ວັດທະນະທຳ, ການທ່ອງທ່ຽວກໍ່ຄືຍູ້ແຮງຂົງເຂດທີ່ມີທ່າແຮງບົ່ມຊ້ອນ.

ທ່ານນາງເອກອັກຄະລັດຖະທູດຣູມານີ  Cristina Romila ຢືນຢັນວ່າ ຕົນເອງ ແລະສະຖານທູດຣູມານີ  ປະຈຳ ຮ່າໂນ້ຍ ຈະເປັນຂົວຕໍ່ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ  ຄືດັ່ງຄວາມປາດຖະໜາຂອງການນໍາຂັ້ນສູງສອງປະເທດ.

ໂດຍ: ທະນາພອນ