ຫວຽດນາມ ເອົາໃຈໃສ່ພັດທະນາແຫຼ່ງພະລັງງານສະອາດ, ພະລັງງານທົດແທນ
ກປ.ອອນໄລ - ໂດຍຕອບສະໜອງຕາມຄໍາເຊີນຂອງການນໍາ ແລະລັດຖະບານສະຫະພັນລັດເຊຍ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ມີບົດກ່າວປາໄສຜ່ານວິດີໂອ ຢູ່ເວທີປາໄສ ຄັ້ງທີ IV ດ້ວຍຫົວຂໍ້ “ສັບປະດາພະລັງງານລັດເຊຍ” ເຊິ່ງໄດ້ຈັດຂຶ້ນຢູ່ມົດສະກູ ແຕ່ວັນທີ 13-15 ຕຸລາ 2021.
ໃນບົດກ່າວປາໄສຂໍ່ານັບຊົມເຊີຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ເນັ້ນໜັກເຖິງບົດບາດສໍາຄັນຂອງສະຫະພັນລັດເຊຍ ຕໍ່ກັບຂະແໜງພະລັງງານທົ່ວໂລກ, ຊ່ວຍຮັກສາສະຖຽນລະພາບ ແລະຄວາມດຸນດ່ຽງດ້ານຕະຫຼາດພະລັງງານສາກົນ. ທ່ານ ຟ້າມມິງຈີ໊ງ ຖືວ່າ ເວທີປາໄສ “ສັບປະດາພະລັງງານລັດເຊຍ” ປະກອບສ່ວນເພີ່ມທະວີການເຈລະຈາ ແລະການຮ່ວມມືລະຫວ່າງບັນດາປະເທດ, ໂດຍສະເພາະແມ່ນການຮ່ວມມືພາກລັດ-ພາກເອກະຊົນ ໃນການພັດທະນາຂະແໜງພະລັງງານຢ່າງມີປະສິດທິຜົນ, ຍືນຍົງ, ເພື່ອຜົນປະໂຫຍດລວມຂອງປະເທດຕ່າງໆ ແລະມວນມະນຸດ. ທ່ານ ຟ້າມມິງຈີ໊ງ ເນັ້ນໜັກວ່າ ໂດຍແມ່ນປະເທດທີ່ມີລະດັບເຕີບໂຕເສດຖະກິດແຖວໜ້າໃນອາຊຽນ, ໄດ້ຮັບຜົນກະທົບຢ່າງແຮງຈາກການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມ ຮັບຮູ້ຢ່າງຈະແຈ້ງຄວາມສໍາຄັນຂອງການຫັນປ່ຽນໂຄງປະກອບແຫຼ່ງພະລັງງານຕາມທິດຍົກສູງມາດຕາຖ່ວງພະລັງງານທົດແທນຕິດພັນກັບການນໍາໃຊ້ພະລັງງານປະຢັດ, ມີປະສິດທິຜົນ, ຍືນຍົງ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ກ່າວຄໍາເຫັນທີ່ເວທີປາໄສ “ສັບປະດາພະລັງງານລັດເຊຍ” ຄັ້ງທີ IV. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍເຄົາລົບນັບຖືການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມກັບສະຫະພັນລັດເຊຍ, ໃນນັ້ນ, ການຮ່ວມມືດ້ານພະລັງງານລະຫວ່າງສອງປະເທດໃນຫຼາຍທົດສະວັດຜ່ານມາມີປະສິດທິຜົນທີ່ສຸດ; ທ່ານ ຢັ້ງຢືນວ່າ ການຮ່ວມມືດ້ານນໍ້າມັນອາຍແກັດແມ່ນເສົາຄໍ້າໜຶ່ງທີ່ສໍາຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ລັດເຊຍ, ດ້ວຍການຮ່ວມທຸລະກິດ ແລະຫຼາຍໂຄງການພວມສືບຕໍ່ເຄື່ອນໄຫວຢ່າງມີປະສິດທິຜົນທັງຢູ່ຫວຽດນາມ ແລະລັດເຊຍ. ບັນດາຜົນງານນີ້ແມ່ນປະຖົມປັັດໄຈເພື່ອໃຫ້ຫວຽດນາມ ແລະສະຫະພັນລັດເຊຍ ເປີດກວ້າງການຮ່ວມມືສູ່ຂົງເຂດພະລັງງານໃໝ່, ພະລັງງານທົດແທນ, ຂຽວ ແລະສະອາດ.
ໃນສະພາບການໂລກ ພວມໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19, ການປ່ຽນແປງຂອງດິນຟ້າອາກາດ ແລະຊັບພະຍາກອນທໍາມະຊາດຖືກຫຼຸດໜ້ອຍຖອຍລົງ, ທ່ານ ຟ້າມມິງຈີ໊ງ ເນັ້ນໜັກອີກເທື່ອໜຶ່ງວ່າ ຕ້ອງມີວິທີເຂົ້າເຖິງແບບກວມລວມ, ສັງລວມ, ສະເໝີພາບ ແລະຕ່າງມີຜົນປະໂຫຍດ. ການເພີ່ມທະວີການຮ່ວມມືສາກົນລະຫວ່າງບັນດາປະເທດ ສວມບົດບາດສໍາຄັນຍິ່ງໃນການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ພັດທະນາແບບຍືນຍົງ, ຫຼຸດຜ່ອນຜົນກະທົບເຖິງສິ່ງແວດລ້ອມ ແລະເພື່ອຜົນປະໂຫຍດລວມຂອງປະຊາຄົມສາກົນ.
ທ່ານ ຟ້າມມິງຈີ໊ງ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ປັບປຸງລະບອບລະບຽບການ, ນະໂຍບາຍ, ກົດໝາຍໃຫ້ສົມບູນແບບ ເພື່ອໜູນຊ່ວຍພັດທະນາຂະແໜງພະລັງງານ; ສົ່ງເສີມຍູ້ແຮງກົນໄກຮ່ວມມືພາກລັດ-ພາກເອກະຊົນ; ສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດສະຫະພັນລັດເຊຍ ແລະປະເທດຕ່າງໆ ລົງທຶນ, ດໍາເນີນທຸລະກິດໃນຂົງເຂດພະລັງງານຢູ່ຫວຽດນາມ.
ໂດຍ: ໄຊຊະນະ