ທີ່ການໂອ້ລົມທາງໂທລະສັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ເຖິງວ່າ ພະຍາດໂຄວິດ-19 ສົ່ງຜົນສະທ້ອນຢ່າງເລິກເຊິ່ງເຖິງທຸກດ້ານໃນຊີວິດສາກົນ ແລະການພົບປະແລກປ່ຽນ, ການຮ່ວມມືລະຫວ່າງສອງປະເທດກໍ່ຕາມແຕ່ການພົວພັນລະຫວ່າງສອງພັກ, ສອງລັດຫວຽດນາມ-ຈີນ ຍັງສືບຕໍ່ໄດ້ຮັກສາທ່າພັດທະນາ; ສະແດງຄວາມຂອບໃຈຕໍ່ ຈີນ ທີ່ໄດ້ແບ່ງປັນບົດຮຽນ, ໜູນຊ່ວຍວັກຊິນໃຫ້ແກ່ຫວຽດນາມ; ທ່ານປາດຖະໜາວ່າ ສອງຝ່າຍຈະສືບຕໍ່ສະຫງວນບຸລິມະສິດສູງໃຫ້ແກ່ການຜັນຂະຫຍາຍການຮ່ວມມືປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະການຟື້ນຟູ, ພັດທະນາຫຼັງໂລກລະບາດ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ສອງຝ່າຍສືບຕໍ່ຜັນຂະຫຍາຍຂໍ້ຕົກລົງການຄ້າເສລີ ແລະເສດຖະກິດເຂດຊາຍແດນ; ສືບຕໍ່ຍູ້ໄວລະບຽບການສະໜອງໜັງສືອະນຸຍາດໃຫ້ນຳເຂົ້າຜະລິດຕະພັນກະເສດຂອງຫວຽດນາມ, ພ້ອມກັນນັ້ນແມ່ນສືບຕໍ່ຍູ້ແຮງການພົບປະແລກປ່ຽນປະຊາຊົນທຸກຂັ້ນພາຍໃຕ້ຮູບການຕ່າງໆ...

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຫງວຽນຝູຈ້ອງ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກ່ຽວກັບການຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນ, ປະຕິບັດເອກະສານນິຕິກຳກ່ຽວກັບຊາຍແດນທາງບົກລະຫວ່າງສອງປະເທດຢ່າງເຂັ້ມງວດ, ສ້າງເຂດຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະພັດທະນາ; ສືບຕໍ່ຍົກສູງປະສິດທິຜົນການຮ່ວມມືທາງທະເລ, ຊຸກຍູ້ການປຶກສາຫາລື, ເຈລະຈາກ່ຽວກັບການຂີດເສັ້ນຊາຍແດນ ແລະຜັນຂະຫຍາຍການຮ່ວມມື, ແກ້ໄຂບັນຫາຢູ່ທະເລຢ່າງສົມເຫດສົມຜົນ, ສົມທົບກັນຢ່າງມີປະສິດທິຜົນ, ພ້ອມກັບອາຊຽນ ຕັ້ງໜ້າມານະພະຍາຍາມໃນການເຈລະຈາສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງແທດຈິງ, ມີປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ຢັ້ງຢືນວ່າ ຈີນ ຍາມໃດກໍ່ຖືເປັນສໍາຄັນການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ; ສະແດງຄວາມປາດຖະໜາ ແລະກຽມພ້ອມກັບພັກ, ລັດ ແລະປະຊາຊົນຫວຽດນາມ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດຈີນ ແລະຫວຽດນາມ ໃນວິວັດການສ້າງລັດທິສັງຄົມນິຍົມ; ເຫັນດີກ່ຽວກັບການເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ລົງເລິກການຮ່ວມມືຢ່າງແທດຈິງໃນທຸກໆຂົງເຂດ, ສົມທົບກັນຢູ່ເວທີປາໄສຫຼາຍຝ່າຍ, ແກ້ໄຂບັນຫາຢູ່ທະເລຢ່າງສົມເຫດສົມຜົນ. ພ້ອມທັງຖືວ່າ ໃນສະພາບຖືກຜົນສະທ້ອນຈາກພະຍາດໂຄວິດ-19, ສອງຝ່າຍຄວນຮັກສາການແລກປ່ຽນ, ພົບປະທຸກຂັ້ນ, ທຸກຂະແໜງການ ແລະທ້ອງຖິ່ນເປັນປະຈຳຜ່ານຮູບການທີ່ໄຫວພິບ, ຍູ້ໄວການເຊື່ອມຕໍ່ຍຸດທະສາດ, ສ້າງເປັນຈຸດພົ້ນເດັ່ນໃໝ່ໃນການຮ່ວມມືລະຫວ່າງສອງປະເທດ.

ໂດຍ: ທະນາພອນ