leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ສົ່ງສານໄປຍັງກອງປະຊຸມສຸດຍອດທາງໄກຂອງ ສປຊ ກ່ຽວກັບລະບົບທັນຍາຫານ, ສະບຽງອາຫານ. ພາບ: ສໍານັກຂ່າວສານຫວຽດນາມ.

ແບ່ງປັນຄໍາເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຢັ້ງຢືນວ່າ ການສົມທົບກັນລະຫວ່າງບັນດາປະເທດ, ຄູ່ຮ່ວມມືໃນລະບົບສະບຽງອາຫານ, ທັນຍາຫານຕ້ອງແມ່ນເພື່ອຜົນປະໂຫຍດຂອງປະຊາຊົນ; ຮັບປະກັນສະບຽງອາຫານແມ່ນພື້ນຖານໃຫ້ແກ່ການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະແມ່ນກາລະໂອກາດ ເພື່ອພັດທະນາກະສິກຳຫວຽດນາມ ຕາມທິດ “ໂປ່ງໃສ, ມີຄວາມຮັບຜິດຊອບ ແລະຍືນຍົງ”. ທ່ານປະທານປະເທດ ເນັ້ນໜັກວ່າ ກອງປະຊຸມຄວນຊຸກຍູ້ມາດຕະການປະດິດສ້າງເພື່ອຫັນປ່ຽນລະບົບສະບຽງອາຫານ, ທັນຍາຫານ. ທ່ານ ຫງວຽນຊວນຟຸກ ຖືວ່າ ຄວນລົງທຶນພັດທະນາພື້ນຖານໂຄງລ່າງກະສິກຳຢ່າງຄົບຊຸດ, ທັງຮັບໃຊ້ການຜະລິດ, ທັງພັດທະນາເສດຖະກິດຊົນນະບົດ, ຖືປະຊາຊົນເປັນໃຈກາງ.

ພິເສດທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກກາຍເປັນໃຈກາງແຫ່ງການປ່ຽນແປງໃໝ່ປະດິດສ້າງດ້ານສະບຽງອາຫານ, ທັນຍາຫານຢູ່ພາກພື້ນ ແລະເປີດກວ້າງການຮ່ວມມືສາກົນໃນການຄົ້ນຄວ້າ, ຄາດຄະເນ, ຄຸ້ມຄອງແຫຼ່ງຊັບພະຍາກອນທໍາມະຊາດແບບຍືນຍົງ.

ໂດຍ: ທະນາພອນ