ທີ່ການພົບປະ, ການນຳສອງທ່ານ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບາດກ້າວພັດທະນາຢ່າງຕັ້ງໜ້າໃນການຮ່ວມມືສອງຝ່າຍໃນໄລຍະຜ່ານມາ. ນັບທັງໃນສະພາບພະຍາດໂຄວິດ-19, ວົງເງິນການຄ້າສອງສົ້ນລະຫວ່າງສອງປະເທດໃນປີ 2020 ຍັງບັນລຸໄດ້ 4,2 ຕື້ໂດລາສະຫະລັດ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ພົບປະທ່ານນາຍົກລັດຖະມົນຕີອຽກລັງ Micheal Martin. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ສະເໜີວ່າ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສອງຝ່າຍຈະດຳເນີນການແລກປ່ຽນ ແລະພົບປະຂັ້ນຕ່າງໆເມື່ອຄວບຄຸມໂລກລະບາດໄດ້ແລ້ວ, ສ້າງເງື່ອນໄຂຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ. ທ່ານ ຫງວຽນຊວນຟຸກ ຫວັງວ່າທ່ານ Micheal Martin ຈະເອົາໃຈໃສ່, ຊຸກຍູ້ສະພາແຫ່ງຊາດ ອຽກລັງ  ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA) ໂດຍໄວ, ສ້າງເງື່ອນໄຂສະດວກເພື່ອໃຫ້ສິນຄ້າຫວຽດນາມ ເຂົ້າສູ່ຕະຫຼາດອຽກລັງ ຫຼາຍກວ່າອີກ, ຊ່ວຍສ້າງຄວາມດຸ່ນດ່ຽງດ້ານການຄ້າລະຫວ່າງສອງປະເທດ; ປາດຖະໜາຢາກໃຫ້ອຽກລັງ ສືບຕໍ່ຮັກສາ ODA ໃຫ້ແກ່ຫວຽດນາມ ໃນໄລຍະຈະມາເຖິງ, ເໝາະສົມກັບຍຸດທະສາດພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ໃນໄລຍະໃໝ່. ທ່ານ ຫງວຽນຊວນຟຸກ ຕີລາຄາສູງຕໍ່ຜົນງານ ເຊິ່ງ ອຽກລັງ ບັນລຸໄດ້ໃນການຮັບມືກັບພະຍາດໂຄວິດ-19 ແລະສະເໜີໃຫ້ອຽກລັງ ໜູນຊ່ວຍການເຂົ້າເຖິງວັກຊິນ, ພິຈາລະນາສະໜອງວັດຖຸອຸປະກອນການແພດ, ຄື: ເຄື່ອງຊ່ວຍຫາຍໃຈ, ເຄື່ອງກວດຫາເຊື້ອໂຄວິດ-19 ໃຫ້ຫວຽດນາມ ເພື່ອສາມາດຄວບຄຸມໂລກລະບາດ, ເຊື່ອມຕໍ່ການພົວພັນແລກປ່ຽນການຄ້າຄືນໃໝ່.

ຕີລາຄາສູງເລື່ອງສອງປະເທດສົມທົບກັນເປັນປະຈຳ ແລະສະໜັບສະໜູນກັນຢູ່ເວທີປາໄສຫຼາຍຝ່າຍ, ເນື່ອງໃນໂອກາດນີ້, ທ່ານ ຫງວຽນຊວນຟຸກ ໄດ້ສະແດງຄວາມຂອບໃຈຕໍ່ການສົມທົບກັນຂອງອຽກລັງ ຢູ່ ສະພາຄວາມໝັ້ນຄົງ ໃນໄລຍະຜ່ານມາ.

ໂດຍ: ຄຳສີ