ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າ, ມີຄວາມໝາຍຂອງ ໂຄແວັກໃນການແຈກຢາຍ ແລະສືບຕໍ່ແຈກຢາຍວັກຊິນຄືນໃໝ່ໃຫ້ແກ່ຫວຽດນາມ. ທ່ານນາຍົກລັດຖະມົນຕີຫວຽດນາມ ສະເໜີ ໂຄແວັກ ໃຫ້ບຸລິມະສິດແຈກຢາຍວັກຊິນແກ່ຫວຽດນາມ ຫຼາຍເທົ່າໃດ, ໄວເທົ່າໃດຍິ່ງເປັນການດີ, ເປັນຕົ້ນແມ່ນໃນເດືອນກັນຍາ, ຕຸລາ, ພະຈິກ; ປະຕິບັດສໍາເລັດຂໍ້ຕົກລົງສະໜອງວັກຊິນໃຫ້ແກ່ຫວຽດນາມ ໃນປີ 2021.  ທ່ານນາຍົກລັດຖະມົນຕີຫວຽດນາມ ກໍ່ຫວັງວ່າ ໂຄແວັກ ຈະຖ່າຍທອດເຕັກໂນໂລຢີຜະລິດວັກຊິກ ແລະຢາປິ່ນປົວໂຄວິດ-19 ໃຫ້ຫວຽດນາມ ເພື່ອເປັນເຈົ້າການຢ່າງຍາວນານທາງດ້ານວັກຊິນ ແລະໜູນຊ່ວຍຫວຽດນາມ ຊື້ວັກຊິນກັນໂຄວິດ-19 ໃຫ້ເດັກນ້ອຍທີ່ຢູ່ໃນເກນອາຍຸຕໍ່າກວ່າ 18 ປີ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ  ນາຍົກລັດຖະມົນຕີຫວຽດນາມ ປະຊຸມທາງໄກກັບທ່ານນາງ ໂອເຣເລຍ ຫງວຽນ ຜູ້ອຳນວຍການບໍລິຫານ ໂຄແວັກ. ພາບ: ຫວຽດດວ່ານ.

ສ່ວນທ່ານນາງ ໂອເຣເລຍ ຫງວຽນ ຜູ້ອຳນວຍການບໍລິຫານໂຄແວັກ ຕີລາຄາສູງຕໍ່ຄວາມມານະພະຍາຍາມສັກວັກຊິນກັນໂຄວິດ-19 ຂອງຫວຽດນາມ ກໍ່ຄືຄໍາໝັ້ນສັນຍາຂອງຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ທ່ານນາງ ໂອເຣເລຍ ຫງວຽນ ໄດ້ແຈ້ງໃຫ້ຊາບວ່າ ໃນເດືອນຕຸລານີ້, ໂຄແວັກ ຈະແຈກຢາຍວັກຊິນ 85 ລ້ານໂດສ ໃນທົ່ວໂລກ, ໃນນັ້ນມີຫວຽດນາມ; ທ່ານນາງ ເຊື່ອໝັ້ນວ່າ ຫວຽດນາມ ຈະສາມາດຜ່ານຜ່າໄລຍະທີ່ຫຍຸ້ງຍາກນີ້ໂດຍໄວ; ຫັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ, ພັດທະນາເສດຖະກິດ-ສັງຄົມ ໃນສະພາບປົກກະຕິໃໝ່ເທື່ອລະກ້າວ.

ໂດຍ: ທະນາພອນ