ໃນທ່າມກາງບັນຍາກາດທີ່ເຕັມໄປດ້ວຍຄວາມຈິງໃຈ ແລະໄວ້ເນື້ອເຊື່ອໃຈ, ການນໍາສອງທ່ານໄດ້ແລກປ່ຽນກ່ຽວກັບທິດທາງ, ມາດຕະການຕ່າງໆເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ, ການຮ່ວມມືດ້ານປ້ອງກັນ, ຕ້ານພະຍາດໂຄວິດ-19 ກໍ່ຄືບັນຫາໃນພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈກວ່າອີກ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໃນການສົນທະນາທາງໂທລະສັບ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບການຮ່ວມມືລະຫວ່າງ ຫວຽດນາມ-ສະຫະພັນລັດເຊຍ, ທ່ານ ຫງວຽນຊວນຟຸກ ແລະທ່ານ Vladimir Putin ໄດ້ເຫັນດີເປັນເອກະພາບນຳກັນວ່າຕ້ອງມີມາດຕະການເພື່ອແນໃສ່ສ້າງຄວາມສະດວກໃຫ້ການຄ້າ ແລະການລົງທຶນສອງຝ່າຍກວ່າອີກ, ເປີດກວ້າງການຮ່ວມມື ແລະຍູ້ແຮງການຜັນຂະຫຍາຍແຜນການສໍາຄັນໃນຂົງເຂດປາຍແຫຼມ, ຄື: ພະລັງງານ, ນ້ຳມັນອາຍແກັດ ກໍ່ຄືການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ການນໍາສອງທ່ານກໍ່ແລກປ່ຽນກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຢັ້ງຢືນສືບຕໍ່ສົມທົບກັນຢູ່ເວທີປາໄສພາກພື້ນຢ່າງແໜ້ນແຟ້ນ ແລະມີປະສິດທິຜົນ, ໃນນັ້ນເຫັນດີເປັນເອກະພາບແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີບົນພື້ນຖານເຄົາລົບກົດໝາຍສາກົນ. ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຊົມເຊີຍ ແລະພ້ອມແລ້ວທີ່ຈະເປັນຂົວຕໍ່ເພື່ອໃຫ້ລັດເຊຍ ເປີດກວ້າງການຮ່ວມມືກັບອາຊຽນ ແລະພາກພື້ນອາຊີ-ປາຊີຟິກ.

ເນື່ອງໃນໂອກາດນີ້, ທ່ານ Vladimir Putin ໄດ້ເຊີນທ່ານ ຫງວຽນຊວນຟຸກ ໄປຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການໂດຍໄວ. ທ່ານ ຫງວຽນຊວນຟຸກ ຕອບຮັບຄໍາເຊີນດ້ວຍຄວາມຍິນດີ ແລະອວຍພອນໃຫ້ສະຫະພັນລັດເຊຍ ຈັດການເລືອກຕັ້ງສະພາຕໍ່າ ສະພາແຫ່ງຊາດລັດເຊຍ ໃຫ້ສໍາເລັດ, ກໍ່ຄືຄວາມປາດຖະໜາຢາກຕ້ອນຮັບທ່ານ Vladimir Putin ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໂດຍໄວ.

ໂດຍ: ຈາງຫງວຽນ