ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ກໍານົດ 6 ຈຸດສຸມ, 3 ບຸກທະລຸຍຸດທະສາດ ແລະ 12 ໜ້າທີ່ຕົ້ນຕໍ, ຮຽກຮ້ອງພວກເຮົາຕ້ອງມີສະຕິຄວາມຮູ້ໃໝ່, ຈີນຕະນາການວິທະຍາສາດໃໝ່ຕິດກັບບັນດາມາດຕະການແທດຈິງ, ມີປະສິດທິຜົນເພື່ອນຳແຜນນະໂຍບາຍ, ແນວທາງຂອງພັກ ເຂົ້າສູ່ພຶດຕິກຳຕົວຈິງຂອງຊີວິດການເປັນຢູ່, ເພື່ອໃຫ້ວິທະຍາສາດ ແລະເຕັກໂນໂລຢີ ກາຍເປັນກຳລັງໜູນພັດທະນາ, ປະກອບສ່ວນນຳປະເທດຊາດໃຫ້ພັດທະນາໄວ ແລະຍືນຍົງ...

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ລັດຖະບານຈະກໍ່ສ້າງໂຄງການດຳເນີນງານພັດທະນາກ່ຽວກັບວິທະຍາສາດ ແລະເຕັກໂນໂລຢີ, ໃນນ້ັນຕ້ອງຕິດພັນກັບໜ້າທີ່ການເມືອງຈຸດສຸມຂອງປະເທດ, ຕິດພັນກັບການຫັນປ່ຽນດີຈີຕອນ, ພື້ນຖານເສດຖະກິດດີຈີຕອນ, ສັງຄົມດີຈີຕອນເພື່ອນຳມາເຊິ່ງຄຸນຄ່າ, ຍົກສູງຊີວິດການເປັນຢູ່ດ້ານວັດຖຸ ແລະຈິດໃຈຂອງປະຊາຊົນໃຫ້ສູງກວ່າອີກ...

ທ່ານ ຟ້າມມິງຈິ໊ງ ຮຽກຮ້ອງສະຫະສະມາຄົມຕ້ອງມີມາດຕະການເພື່ອຊຸກຍູ້, ຍົກສູງຄຸນນະພາບບັນດາປະກາດວິທະຍາສາດສາກົນຂອງຫວຽດນາມ, ພິເສດແມ່ນໃນຂົງເຂດ ວິທະຍາສາດສັງຄົມ ແລະມະນຸດສາດ; ລະດົມທຸກແຫຼ່ງກຳລັງສັງຄົມສຳລັບການພັດທະນາວິທະຍາສາດ ແລະເຕັກໂນໂລຢີ; ເພີ່ມທະວີການຮ່ວມມືພາກລັດ-ພາກເອກະຊົນ, ຮ່ວມອຸ ປະຖຳລະຫວ່າງລັດ ແລະວິສາຫະກິດໃຫ້ແກ່ໜ້າທີ່ຄົ້ນຄວ້າວິທະຍາສາດ, ພັດທະນາເຕັກໂນໂລຢີ ແລະປ່ຽນແປງໃໝ່, ປະດິດສ້າງ...

ໂດຍ: ແສງເດືອນ