ໃນການພົບປະແລກປ່ຽນລະຫວ່າງຄະນະແພດໝໍ 118 ກັບທ່ານນາງ ຫງວຽນທິບິກເຫ້ວ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອີຕາລີ, ທ່ານ Mario Balzanelli ໃຫ້ຮູ້ວ່າ 118 ໄດ້ຕັ້ງໜ້າແລກປ່ຽນ ແລະແບ່ງປັນຫຼາຍບົດຮຽນໃນການປ້ອງກັນ, ຕ້ານພະຍາດ, ປະກອບສ່ວນແກ້ໄຂສະພາບການສຸກເສີນໃຫ້ລະບົບບັນດາໂຮງໝໍ. ນອກຈາກນັ້ນ, ທ່ານຍັງສະແດງຄວາມປາຖະໜາຢາກຊຸກຍູ້ການລົງນາມບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານວິທະຍາສາດລະຫວ່າງສອງປະເທດໃນຂົງເຂດສາທາລະນະສຸກ.

leftcenterrightdel
ການປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ ຫງວຽນທິບິກເຫ້ວ ສະແດງຄວາມຂອບໃຈຕໍ່ອາລົມຈິດຂອງເພື່ອນມິດອີຕາລີ ແລະຢັ້ງຢືນວ່າ ບົດຮຽນຂອງອີຕາລີ ແມ່ນມີປະໂຫຍດສໍາລັບຫວຽດນາມ ເພາະວ່າອີຕາລີ ກໍ່ແມ່ນປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງຈາກພະຍາດໂຄວິດ-19, ພິເສດແມ່ນໃນໄລຍະທີ່ບໍ່ທັນມີວັກຊິນກັນໂຄວິດ-19 ແລະບໍ່ທັນມີວິທີການປິ່ນປົວຢ່າງລະອຽດ. ລັດຖະບານ ແລະປະຊາຊົນຫວຽດນາມ ໄດ້ ແລະກໍາລັງມານະພະຍາຍາມ ເພື່ອຄວບຄຸມພະຍາດບໍ່ໃຫ້ລະບາດໃນທົ່ວປະເທດ, ເຖິງຢ່າງໃດກໍ່ຕາມ, ວັກຊິນ, ຢາ, ພາຫະນະວັດຖຸໃນການປິ່ນປົວພະຍາດໂຄວິດ-29 ຍັງຂາດເຂີນຢູ່, ສະນັ້ນຫວຽດນາມ  ຢາກໄດ້ຮັບການຊ່ວຍເຫຼືອ ແລະແບ່ງປັນບົດຮຽນໃນການຮັບມືກັບພະຍາດຈາກເພື່ອນມິດສາກົນເວົ້າລວມ ແລະອີຕາລີ ເວົ້າສະເພາະ.

ໂດຍ: ຈາງຫງວຽນ