ການເຂົ້າຮ່ວມຂອງທ່ານ ເວືອງດິ່ງເຫວ້ ແລະຄະນະປະຕິບັດງານທີ່ກອງປະຊຸມໄດ້ຢັ້ງຢືນການເປັນເຈົ້າການ, ມີຄວາມຮັບຜິດຊອບຂອງສະພາແຫ່ງຊາດຫວຽດນາມ ໃນການເຄື່ອນໄຫວທາງການທູດສະພາແຫ່ງຊາດຫຼາຍຝ່າຍ. ບັນດາການພົບປະສອງຝ່າຍໃນຂອບເຂດກອງປະຊຸມໄດ້ປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນຕ່າງປະເທດຂອງຫວຽດນາມ ເວົ້າລວມ ແລະການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາແຫ່ງຊາດບັນດາປະເທດເວົ້າສະເພາະ. ພິເສດ, ດ້ວຍກວ່າ 70 ການເຄື່ອນໄຫວຢູ່ 3 ປະເທດ ແລະເຮັດວຽກກັບ 5 ຄູ່ຮ່ວມມື, ໃນນັ້ນມີຫຼາຍການພົບປະຂັ້ນສູງ ແລະມີການດໍາເນີນງານຢ່າງອຸດົມສົມບູນ, ການຢ້ຽມຢາມໄດ້ຢັ້ງຢືນແຜນນະໂຍບາຍ, ນະໂຍບາຍການພົວພັນຕ່າງປະເທດຂອງພັກ ແລະລັດ, ສະແດງໃຫ້ເຫັນການເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບ, ຍົກສູງຖານະບົດບາດຂອງຫວຽດນາມ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມການທູດລວມຂອງພັກ ແລະລັດເພື່ອຜົນປະໂຫຍດຂອງຊາດ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແລະບັນດາຜູ້ແທນເປັນສັກຂີພິຍານການເຄື່ອນໄຫວມອບ-ຮັບວັກຊິນ, ອຸປະກອນການແພດຢູ່ສະໜາມບິນໂນ້ຍບ່າຍ. ພາບ: ຈຽນທັງ.

ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງການປະຕິບັດງານແມ່ນໝາກຜົນທີ່ລະອຽດຂອງການທູດວັກຊິນ ແລະການຮ່ວມມືດ້ານປ້ອງກັນ, ຕ້ານພະຍາດໂຄວິດ-19. ໃນຂອບເຂດການປະຕິບັດງານ, ແບນຊິກ ແລະສະໂລວາກີ ໄດ້ໜູນຊ່ວຍວັກຊິນຈໍານວນ 200.000 ໂດສ ແລະໃຫ້ຄໍາໝັ້ນສັນຍາໜູນຊ່ວຍ, ໂອນວັກຊິນຈໍານວນຫຼາຍລ້ານໂດສ ໃຫ້ຫວຽດນາມ. ນອກຈາກນັ້ນ, ຫຼາຍອົງການຈັດຕັ້ງ, ວິສາຫະກິດ, ບຸກຄົນຍັງໄດ້ໜູນຊ່ວຍອຸປະກອນການແພດ, ເປັນຕົ້ນແມ່ນຊຸດ kit ວິເຄາະໂຄວິດ-19 ດ້ວຍຍອດມູນຄ່າແມ່ນກວ່າ 1.028 ຕື້ດົ່ງ.

ໂດຍ: ຈາງຫງວຽນ