ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ປຸກລະດົມລາຍການ “ສັນຍານ ແລະຄອມພີວເຕີໃຫ້ແກ່ນ້ອງນັກຮຽນ”
ກປ.ອອນໄລ - ຕອນຄໍ່າວັນທີ 12 ກັນຍາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເປັນປະທານພິທີປຸກລະດົມລາຍການ “ສັນຍານ ແລະຄອມພີວເຕີໃຫ້ແກ່ນ້ອງນັກຮຽນ” ຮຽກຮ້ອງໃຫ້ທົ່ວສັງຄົມຮ່ວມແຮງຮ່ວມໃຈ, ໜູນຊ່ວຍນ້ອງນັກຮຽນ, ນັກສຶກສາທີ່ປະສົບກັບຄວາມຫຍຸ້ງຍາກ, ບໍ່ມີພາຫະນະ ແລະບໍ່ມີເງື່ອນໄຂຮໍ່າຮຽນທາງໄກ.
ລາຍການໄດ້ຮັບການປະຕິບັດທາງໄກຢູ່ຈຸດເຊື່ອມຕໍ່ຫ້ອງວ່າການລັດຖະບານ, ກະຊວງສຶກສາ ແລະບໍາລຸງສ້າງ, ກະຊວງຖະແຫຼງຂ່າວ ແລະສື່ສານ ພ້ອມກັບ 63 ຈຸດເຊື່ອມຕໍ່ຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດ. ເຂົ້າຮ່ວມພິທີປຸກລະດົມຍັງມີສະຫາຍເລຂາທິການສູນກາງພັກ; ຮອງນາຍົກລັດຖະມົນຕີ; ຜູ້ຕາງໜ້າຂອງບາງກະຊວງ, ຄະນະ, ຂະແໜງການສູນກາງ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະບັນດາຜູ້ແທນເປັນສັກຂີພິຍານໃຫ້ອົງການຈັດຕັ້ງທີ່ມາໜູນຊ່ວຍລາຍການ. ພາບ: ສໍານັກຂ່າວສານຫວຽດນາມ. |
ກ່າວຄໍາເຫັນທີ່ພິທີ, ທ່ານ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງລັດຖະບານໃນປະຈຸບັນແມ່ນນໍາເອົາການດໍາລົງຊີວິດກັບມາເປັນປົກກະຕິຄືນໃໝ່ຕາມແຜນການຮັບມືຢ່າງປອດໄພກັບພະຍາດໂດຍໄວ. ໃນນັ້ນ, ລັດຖະບານໄດ້ເອົາໃຈໃສ່ເຖິງການໄຂສົກຮຽນຢ່າງປອດໄພ.
ລາຍການ “ສັນຍານ ແລະຄອມພີວເຕີໃຫ້ແກ່ນ້ອງນັກຮຽນ” ມີເນື້ອໃນໜູນຊ່ວຍນັກຮຽນມີເງື່ອນໄຂໄດ້ຮໍ່າຮຽນທາງໄກລວມມີອິນເຕີເນັດ, ຄອມພີວເຕີໃຫ້ແກ່ນັກຮຽນ ແລະບາງຊ໊ອບແວສິດສອນທາງໄກ. ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ລາຍການ “ສັນຍານ ແລະຄອມພີວເຕີໃຫ້ແກ່ນ້ອງນັກຮຽນ” ມີຄວາມໝາຍທາງສັງຄົມ ແລະມະນຸດສະທໍາຢ່າງເລິກເຊິ່ງ. ລາຍການຈະປະກອບສ່ວນກ້າວໄປເຖິງການກະຈາຍຄື້ນອິນເຕີເນັດ, ປະຕິບັດເປົ້າໝາຍຍົກສູງລະດັບຄວາມຮູ້ຂອງປະຊາຊົນ, ເປີດຄວາມຮູ້ທາງສັງຄົມ, ພັດທະນາສັງຄົມດີຈີຕອນ.
ໂດຍ: ຈາງຫງວຽນ