ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ ເປົ້າໝາຍຂອງຫວຽດນາມ ໃນ 5 ປີຕໍ່ໜ້າແມ່ນບັນລຸລະດັບເຕີບໂຕສະເລ່ຍແຕ່ 6,5% ເຖິງ 7%, ຮອດປີ 2030 ສູ້ຊົນກາຍເປັນປະເທດທີ່ມີລາຍຮັບປານກາງສູງ, ຮອດປີ 2045 ກາຍເປັນປະເທດທີ່ມີລາຍຮັບສູງ. ທ່ານ ເວືອງດິ່ງເຫວ້ ຢັ້ງຢືນວ່າ ຫວຽດນາມ ແລະແຟນລັງ ມີການພົວພັນມິດຕະພາບອັນສະໜິດໜົມມາແຕ່ດົນນານ. ຮອດປີ 2023, ສອງປະເທດຈະສະເຫຼີມສະຫຼອງ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ. ຫວຽດນາມ ປາດຖະໜາຢາກຮັບເອົາບົດຮຽນຂອງແຟນລັງ ໃນການພັດທະນາໄວ ແລະຍືນຍົງ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເຂົ້າຮ່ວມການໂອ້ລົມສົນທະນາກັບວິສາຫະກິດຫວຽດນາມ-ແຟນລັງ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າການໄປປະຕິບັດງານຢູ່ເອີລົບໃນຄັ້ງນີ້, ດ້ານໜຶ່ງແມ່ນຊຸກຍູ້ການປະຕິບັດສັນຍາການຄ້າເສລີຫວຽດນາມ-ສະຫະພາບເອີລົບ (EVFTA), ອີກດ້ານໜຶ່ງແມ່ນຂົນຂວາຍບັນດາປະເທດໃນອີຢູ ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ (EVIPA) ໂດຍໄວ. ທ່ານ ເວືອງດິ່ງເຫວ້ ເນັ້ນໜັກວ່າ, ຫວຽດນາມ ປາດຖະໜາ ຢາກເຂົ້າເຖິງວິທະຍາສາດເຕັກໂນໂລຢີ, ເຕັກໂນໂລຢີກົກຂອງບັນດາປະເທດກ້າວໜ້າ... ນອກຈາກນີ້, ທ່ານປະທານສະພາແຫ່ງຊາດຫວຽດນາມ ຍັງຮຽກຮ້ອງໃຫ້ບັນດາວິສາຫະກິດເອີລົບ, ໃນນັ້ນມີວິສາຫະກິດແຟນລັງ ລົງທຶນເຂົ້າຫວຽດນາມ; ພ້ອມທັງແບ່ງປັນວ່າ, ໃນການຢ້ຽມຢາມແຟນລັງ ຢ່າງເປັນທາງການຄັ້ງນີ້, ບັນດາການນໍາ ແຟນລັງ ລ້ວນແຕ່ໃຫ້ຄໍາໝັ້ນສັນຍາວ່າຈະໃຫ້ສັດຕະຍາບັນ EVIPA ໂດຍໄວ ເພື່ອປົກປ້ອງສິດ ແລະຜົນປະໂຫຍດຂອງນັກລົງທຶນສອງຝ່າຍ, ໂດຍສະເພາະແມ່ນເມື່ອກ້າວສູ່ໄລຍະປົກກະຕິໃໝ່, ຟື້ນຟູເສດຖະກິດຫຼັງໂຄວິດ-19.

ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີມອບຮັບວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະຂໍ້ຕົກລົງຮ່ວມມືດ້ານເສດຖະກິດລະຫວ່າງວິສາຫະກິດຫວຽດນາມ ແລະເອີລົບວ່າດ້ວຍການຖ່າຍທອດເຕັກໂນໂລຢີຜະລິດ ແລະຊື້ຊຸດກວດວິເຄາະຫາເຊື້ອໂຄວິດ-19, ການຮ່ວມມືທົດລອງທາງຄລີນິກ, ຊື້ຂາຍວັກຊິນກັນໂຄວິດ-19...

ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ຕ້ອນຮັບຜູ້ຕາງໜ້າບາງວິສາຫະກິດໜຸ່ມຊາວຫວຽດນາມ ອາໄສຢູ່ ແຟນລັງ.

ຕີລາຄາສູງນັກທຸລະກິດໜຸ່ມຫວຽດນາມ ທີ່ມີຄວາມປາດຖະໜານໍາເຕັກໂນໂລຢີໃໝ່ເຂົ້າຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຊີ້ແຈ້ງວ່າ ພັກ ແລະລັດ  ເຄົາລົບນັບຖືຖັນແຖວປັນຍາຊົນ, ນັກທຸລະກິດໜຸ່ມທັງຢູ່ພາຍໃນ ແລະຕ່າງປະເທດ, ຖືນີ້ແມ່ນແຫຼ່ງກໍາລັງອັນລໍ້າຄ່າຕໍ່ກັບການພັດທະນາຂອງປະເທດ; ພ້ອມທັງຢັ້ງຢືນວ່າ ສະພາແຫ່ງຊາດ, ລັດຖະບານ, ບັນດາກະຊວງ, ຂະແໜງການພາຍໃນປະເທດ ຍາມໃດກໍ່ພ້ອມແລ້ວທີ່ຈະໜູນຊ່ວຍ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາ ວິສາຫະກິດ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຕ້ອນຮັບທ່ານນາງ Anna-Kaisa Ikonen, ເຈົ້າຄອງນະຄອນ Tempere. ພາບ: ສໍານັກຂ່າວສານຫວຽດນາມ.

* ຕອນບ່າຍວັນທີ 11 ກັນຍາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ຕ້ອນຮັບທ່ານນາງ Anna-Kaisa Ikonen, ເຈົ້າຄອງນະຄອນ Tempere, ເຊິ່ງເປັນນະຄອນໃຫຍ່ທີ 2 ຂອງແຟນລັງ.

* ກ່ອນໜ້ານັ້ນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Tero Nissien ເຈົ້າຄອງນະຄອນ Salo,  ພ້ອມດ້ວຍຜູ້ຕາງໜ້າບັນດາມະຫາວິທະຍາໄລ ແລະບັນດາວິສາຫະກິດຂອງນະຄອນ, ຕ້ອນຮັບຜູ້ຕາງໜ້າບາງວິສາຫະກິດສາກົນ ທີ່ເຄື່ອນໄຫວໃນຂົງເຂດການສຶກສາ, ສາທາລະນະສຸກ ແລະພະລັງງານ.

ໂດຍ: ໄຊຊະນະ