leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: ສໍານັກຂ່າວສານຫວຽດນາມ. 

“ບໍ່ພຽງແຕ່ຕໍ່ສູ້ໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃນຂົງເຂດເສດຖະກິດເທົ່ານັ້ນ, ຫາກສຳຄັນກວ່າແມ່ນຕ້ອງຕ້ານໄພຫຍໍ້ທໍ້ໃນດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດອີກດ້ວຍ. ຍ້ອນການເສື່ອມທາດຂາດຄຸນດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດ ຈຶ່ງພາໄປເຖິງການສໍ້ລາດບັງຫຼວງ, ນີ້ຈຶ່ງເປັນກົກ, ເປັນພື້ນຖານຕ້ອງຕ້ານ”. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫູວງ ໄດ້ເນັ້ນໜັກຄືແນວນັ້ນທີ່ກອງປະຊຸມຂອງກົມການເມືອງ ປະກອບຄຳເຫັນໃສ່ແຜນຮ່າງ “ປັບປຸງ, ເພີ່ມເຕີ່ມພາລະໜ້າທີ່, ສິດຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫຼວງ” ເພື່ອຊີ້ນຳການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະໄພຫຍໍ້ທໍ້ໃນໄລຍະຈະມາເຖິງ, ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 10 ກັນຍາ ຢູ່ສຳນັກງານສູນກາງພັກ.

ທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ, ເລື່ອງປັບປຸງ, ເພີ່ມເຕີມພາລະໜ້າທີ່, ສິດຂອງຄະນະຊີ້ນຳແມ່ນເພື່ອແນໃສ່ຊີ້ນຳການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະໄພຫຍໍ້ທໍ້ ແມ່ນມີຄວາມຈຳເປັນທີ່ສຸດ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ຢ່າງມີໄຊ.

ແຫຼ່ງຄັດຈາກ: vovworld.vn