ບົດທີ 1: “ດິນຈີ່” ຫຼາຍກ້ອນໄດ້ສ້າງເປັນ “ກໍາແພງ” ການຮ່ວມມື

ຫວຽດນາມ ແລະຝຣັ່ງ ມີການພົວພັນທີ່ສະໜິດສະໜົມດ້ານປະຫວັດສາດ, ວັດທະນະທໍາ, ສັງຄົມ. ຜ່ານການເວລາຂອງປະຫວັດສາດ, ການພົວພັນລະຫວ່າງສອງປະເທດນັບມື້ນັບໄດ້ຮັບການປັບປຸງ ແລະພັດທະນາ. ຝຣັ່ງແມ່ນປະເທດເອີລົບຕາເວັນຕົກທໍາອິດໄດ້ສ້າງຕັ້ງການພົວພັນການທູດກັບຫວຽດນາມ (ພາຍຫຼັງທີ່ເຊັນສັນຍາປາຣີວ່າດ້ວຍການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ຫວຽດນາມ ຄືນໃໝ່ ປີ 1973). ຝຣັ່ງກໍ່ແມ່ນປະເທດຕາເວັນຕົກທໍາອິດໄດ້ຕັ້ງອົງການທູດປ້ອງກັນຊາດ ປະຈໍາ ຫວຽດນາມ ເມື່ອປີ 1991, ໄດ້ສ້າງໜ້າປະຫວັດສາດໃໝ່ໃຫ້ແກ່ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ.

leftcenterrightdel
ທ່ານ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ Nicolas Warnery ເອກອັກຄະລັດຖະທູດຝຣັ່ງ ໃນວັນທີ 24 ພຶດສະພາ 2021 ເພື່ອປຶກສາຫາລືການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ. ພາບ: ເຝືອງລິງ.

ທ່ານພົນຈັດຕະວາ Daniel Schaeffer ທີ່ປຶກສາຂອງກະຊວງກອງທັບຝຣັ່ງ, ອະດີດທູດປ້ອງກັນຊາດຝຣັ່ງ ຄົນທໍາອິດທີ່ມາປະຈໍາຢູ່ ຫວຽດນາມ. ທ່ານໄດ້ເລົ່າສູ່ໃຫ້ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ຟັງວ່າ ໃນຈຸດເວລານັ້ນ, ທັງຫວຽດນາມ ແລະຝຣັ່ງ ລ້ວນແຕ່ຢາກຫັນການພົວພັນທາງການທູດໃຫ້ເປັນປົກກະຕິຢ່າງຮອບດ້ານ. ຍ້ອນເຫດນັ້ນສອງປະເທດຈຶ່ງສະໜັບສະໜູນກັນສ້າງຕັ້ງອົງການທູດປ້ອງກັນຊາດ. “ທ່ານ Daniel Schaeffer ແບ່ງປັນວ່າ “ບໍ່ມີການແກ່ງແຍ້ງກັນລະຫວ່າງສອງປະເທດ. ເຖິງວ່າການພົວພັນສອງປະເທດມີຂຶ້ນມີລົງກໍ່ຕາມ ແຕ່ກໍ່ຍັງມີປະຫວັດສາດຮ່ວມກັນໃນໄລຍະໜຶ່ງ. ຍ້ອນມີປະຫວັດສາດຮ່ວມກັນໃນໄລຍະນີ້, ພວກເຮົາຈຶ່ງຕ້ອງກໍ່ສ້າງ ແລະປັບປຸງການພົວພັນລະຫວ່າງສອງປະເທດກວ່າອີກ”.

ເດືອນ ພຶດສະພາ 1991, ທ່ານ Daniel Schaeffer ໄດ້ມາຮ່າໂນ້ຍ ເພື່ອປະຕິບັດວຽກງານກະກຽມເປີດອົງການທູດປ້ອງກັນຊາດ ປະຈໍາ ຫວຽດນາມ. ເມື່ອຫວນຄືນຊຸມວັນທີ່ “ຫາກໍ່ມາຮອດ” ຮ່າໂນ້ຍ, ທ່ານພົນຈັດຕະວາ Daniel Schaeffer ໃຫ້ຮູ້ວ່າ ສິ່ງທີ່ສະດວກທີ່ສຸດແມ່ນທັງສອງປະເທດລ້ວນແຕ່ສ້າງຕັ້ງການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ຍ້ອນເຫດນັ້ນອໍານາດການປົກຄອງຫວຽດນາມ ທຸກຂັ້ນຈຶ່ງຕ້ອນຮັບທ່ານຢ່າງອົບອຸ່ນ. ເຖິງຢ່າງໃດກໍ່ຕາມ, ໃນຈຸດເວລານັ້ນ, ຫວຽດນາມ ເລີ່ມດໍາເນີນກິດຈະການປ່ຽນແປ່ງໃໝ່, ຊີວິດການເປັນຢູ່ຂອງປະຊາຊົນຍັງປະສົບຄວາມຫຍຸ້ງຍາກ. “ເລື່ອງຊອກບ່ອນຢູ່ໃຫ້ສອດຄ່ອງກັບຖານະບົດບາດຂອງຜູ້ຕາງໜ້າດ້ານປ້ອງກັນຊາດຂອງຝຣັ່ງ ຕ້ອງໃຊ້ເວລາຫຼາຍຢູ່ ແລະສຸດທ້າຍກໍ່ໄປໄດ້ຢູ່ເຂດຄະນະການທູດວ້ານຝຸກ.

ຄວາມຫຍຸ້ງຍາກອີກອັນໜຶ່ງແມ່ນເຄື່ອງໃຊ້ໃນການດຳລົງຊີວິດປະຈໍາວັນ. ເຖິງວ່າຊອກຊື້ໄດ້ຫຼາຍແນວຢູ່ຕະຫຼາດແລ້ວກໍ່ຕາມ, ແຕ່ພວກຂ້າພະເຈົ້າຍັງໄດ້ໄປຊື້ຈາກປະເທດໄທຕື່ມອີກ. ເລື່ອງຕໍ່ໄປແມ່ນຕ້ອງເຊົ່າລົດໃຫ້ໄດ້ກ່ອນທີ່ປະເທດຝຣັ່ງຈະມອບລົດທາງລັດຖະການໃຫ້...”.

ວັນທີ 1 ສິງຫາ 1991, ທ່ານ Daniel Schaeffer ທູດປ້ອງກັນຊາດຝຣັ່ງ ໄດ້ເຂົ້າຢ້ຽມຂໍ່ານັບການນໍາກະຊວງປ້ອງກັນປະເທດຫວຽດນາມ ແລະວັນນີ້ໄດ້ສະເໜີໃຫ້ເປັນວັນສ້າງຕັ້ງການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ-ຝຣັ່ງ. ໃນອາຍຸການປະຕິບັດງານ 4 ປີຢູ່ ຫວຽດນາມ, ທ່ານ Daniel Schaeffer ຍັງບໍ່ທັນປະເຊີນໜ້າກັບຄຳເວົ້າທີ່ສະແດງເຖິງຄວາມຊັງຈາກຝ່າຍຫວຽດນາມ ກ່ຽວກັບເລື່ອງ ຝຣັ່ງ ຮຸກຮານປະເທດນີ້ໃນສະໄໝກ່ອນ, ຄືດັ່ງຄໍາເວົ້າຂອງທ່ານໄດ້ແບ່ງປັນກັບນັກຂ່າວໜັງສືພິມກອງທັບປະຊາຊົນ. ໃນຄວາມຊົງຈໍາຂອງນາຍພົນຄົນຝຣັ່ງ, ທ່ານບໍ່ໄດ້ຫຼົງລືມເພື່ອນມິດຫວຽດນາມ, ຄື, ທ່ານພົນຕີ ຫວູຊວນວິງ ອະດີດຫົວໜ້າກົມພົວພັນຕ່າງປະເທດ/ກະຊວງປ້ອງກັນປະເທດ (ກ່ອນນີ້ແມ່ນກົມຕິດຕໍ່ການຕ່າງປະເທດ/ກະຊວງປ້ອງກັນປະເທດ), ທ່ານພັນເອກ ຫວູເຕິ່ນ (ຫຼັງຈາກນີ້ແມ່ນພົນຈັດຕະວາ, ຫົວໜ້າກົມພົວພັນຕ່າງປະເທດ/ກະຊວງປ້ອງກັນປະເທດ), ທ່ານຮ້ອຍເອກພິເສດ ຫງວຽນຮົ່ງກວນ (ຫຼັງຈາກນີ້ແມ່ນ ຮອງຫົວໜ້າວິທະຍາຄານຍຸດທະສາດດ້ານປ້ອງກັນຊາດ)-ຜູ້ທີ່ເວົ້າພາສາຝຣັ່ງໄດ້ດີທີ່ສຸດ. ແມ່ນເຂົາເຈົ້າໄດ້ແນະນໍາໃຫ້ທ່ານ Daniel Schaeffer ກ່ຽວກັບພິທີການຂອງຫວຽດນາມ, ກ່ຽວກັບລະບົບການຈັດຕັ້ງຂອງກອງທັບປະຊາຊົນຫວຽດນາມ. ເຂົາເຈົ້າສາມາດໄປນໍາ ແລະແນະນໍາໃຫ້ທ່ານທຸກການຢ້ຽມຢາມ, ແບ່ງປັນທັດສະນະກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

leftcenterrightdel
ທ່ານພົນຈັດຕະວາ Daniel Schaeffer. ພາບ: asie21.com.

ປີ 1993, ຫວຽດນາມ ສ້າງຕັ້ງອົງການທູດປ້ອງຊາດ ປະຈໍາ ຝຣັ່ງ. ນັບແຕ່ນັ້ນມາຮອດປະຈຸບັນ, ບັນດາຂົງເຂດການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ຝຣັ່ງ ໄດ້ຮັບການພັດທະນາ ແລະຮອບດ້ານພໍສົມຄວນ. ປີ 2013, ຫວຽດນາມ ແລະຝຣັ່ງ ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ໃນນັ້ນໄດ້ຊຸກຍູ້ຂົງເຂດການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ... ການຮ່ວມມືປ້ອງກັນຊາດສອງຝ່າຍໄດ້ມີບາດກ້າວພັດທະນາພໍສົມຄວນ. ທ່ານພັນເອກພິເສດ ຟ້າມແມ້ງທັ໊ງ, ຮອງຫົວໜ້າກົມພົວພັນຕ່າງປະເທດ/ກະຊວງປ້ອງກັນປະເທດ, ເຄີຍເປັນທູດປ້ອງກັນຊາດຫວຽດນາມ ປະຈໍາ ຝຣັ່ງ ອາຍຸການ 2017-2020, ແບ່ງປັນວ່າ: “ໜ້າທີ່ຂອງທູດປ້ອງກັນຊາດແມ່ນຂົວເຊື່ອມຕໍ່ເພື່ອຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ. ຍ້ອນເຫດນັ້ນ, ຈຶ່ງໄດ້ຕິດແທດກັບແຜນນະໂຍບາຍ, ແນວທາງການທູດຂອງພັກ, ກໍ່ຄືການຊີ້ນໍາຢ່າງໃກ້ຊິດຕິດແທດຂອງລັດຖະມົນຕີກະຊວງປ້ອງກັນປະເທດ, ໂດຍກົງແມ່ນກົມພົວພັນຕ່າງປະເທດພ້ອມດ້ວຍການສົມທົບຂອງອົງການທີ່ກ່ຽວຂ້ອງອື່ນ... ຂ້າພະເຈົ້າໄດ້ປະກອບສ່ວນເປັນເສນາທິການກ່ຽວກັບການກໍານົດທິດການພົວພັນກັບຝຣັ່ງ, ກຳນົດຈຸດດີ, ຈຸດທີ່ຄ້າຍຄືກັນເພື່ອໃຫ້ທັງສອງຝ່າຍສາມາດຮ່ວມມື ແລະຮ່ວມມືຢ່າງມີປະສິດທິຜົນ; ຮັກສາການແລກປ່ຽນກັບບັນດາອົງການທີ່ກ່ຽວຂ້ອງຂອງກະຊວງກອງທັບຝຣັ່ງ ຢ່າງເປັນປະຈໍາ ເພື່ອປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ເປັນພື້ນຖານເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃຫ້ມີປະສິດທິຜົນ; ສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງການຢ້ຽມຢາມໃຫ້ສໍາເລັດ, ພິເສດແມ່ນການຢ້ຽມຢາມຂັ້ນສູງຂອງການນໍາກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດຝຣັ່ງ”.

ທ່ານພົນຕີ ຫວູຈ໊ຽນຖັ໊ງ ຫົວໜ້າກົມພົວພັນຕ່າງປະເທດ/ກະຊວງປ້ອງກັນປະເທດ, ໃນການຕອບສໍາພາດຕໍ່ນັກຂ່າວໜັງສືພິມກອງທັບປະຊາຊົນ ກ່ອນໜ້ານີ້ ເພິ່ນໄດ້ເນັ້ນໜັກວ່າພື້ນຖານຂອງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ ແລະຝຣັ່ງ ແມ່ນແນວທາງການເມືອງທີ່ຖືກຕ້ອງ, ແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບແບບ ແລະຫຼາຍຝ່າຍຂອງພັກກອມມູນິດຫວຽດນາມ, ມີຄວາມກົມກຽວລະຫວ່າງຜົນປະໂຫຍດຂອງປະເທດ-ຂອງຊາດກັບຜົນປະໂຫຍດລວມຂອງພາກພື້ນ, ໂລກ; ແມ່ນທີ່ຕັ້ງຍຸດທະສາດ, ອິດທິພົນຊື່ສຽງສາກົນຂອງຫວຽດນາມ; ແມ່ນນະໂຍບາຍສັນຕິພາບ, ຄວາມຊອບທຳ, ເຄົາລົບ ແລະປະຕິບັດກົດໝາຍສາກົນໃນການແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງຂອງປະຫວັດສາດ, ກໍ່ຄືໃນການແກ້ໄຂການຂັດແຍ້ງ, ແກ່ງແຍ້ງອະທິປະໄຕ, ຜືນແຜ່ນດິນ. ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ຝຣັ່ງ ແມ່ນວິທີມີຜົນປະໂຫຍດໃຫ້ທັງສອງປະເທດທັງໃນຕໍ່ໜ້າ ແລະຍາວນານ. ນັ້ນແມ່ນໜຶ່ງໃນບັນດາປັດໄຈສໍາຄັນເພື່ອຮັບປະກັນການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຝຣັ່ງ ໃຫ້ຍືນຍົງ, ເພື່ອຮັບໃຊ້ໃຫ້ແກ່ການພັດທະນາຂອງແຕ່ລະປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະໂລກ.

ໂດຍ: ເກື່ອງດັ້ງ