ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການພົບປະເຈລະຈາລະຫວ່າງລັດຖະມົນຕີປ້ອງກັນປະເທດສອງປະເທດ ແລະໝາກຜົນການຮ່ວມມືທີ່ບັນລຸໄດ້ໃນບັນດາຂົງເຂດ, ພິເສດແມ່ນການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຮັກສາສັນຕິພາບ ສປຊ... ທ່ານ ຟ້າມມິງຈິ໊ງ ສະເໜີສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ພິເສດແມ່ນເພີ່ມທະວີການໜູນຊ່ວຍມະນຸດສະທຳໃຫ້ປະຊາຊົນຫວຽດນາມ ຜູ້ຖືກຜົນສະທ້ອນຈາກທາດຜິດສີສົ້ມ/ດີໂອຊິນ; ຢັ້ງຢືນວ່າ ຫວຽດນາມ ຈະສ້າງທຸກເງື່ອນໄຂເພື່ອໃຫ້ກອງທັບສອງປະເທດເພີ່ມທະວີການພົບປະແລກປ່ຽນ, ຍົກສູງຄວາມຮັບຮູ້, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະການຮ່ວມມືບົນພື້ນຖານເໝາະສົມກັບຄວາມຕ້ອງການ, ຄວາມສາມາດຮ່ວມມື ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Lloyd Austin ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ. ພາບ: ຕ໊ວນຮຸຍ.

ສ່ວນທ່ານ Lloyd Austin ຢັ້ງຢືນວ່າ ອາເມລິກາ ຖືເປັນສໍາຄັນການພົວພັນຮ່ວມມືຮອບດ້ານກັບຫວຽດນາມ; ຕີລາຄາສູງ ແລະສະໜັບສະໜູນຫວຽດນາມ ສວມບົດບາດນັບມື້ນັບຕັ້ງໜ້າໃນອາຊຽນ, ສະພາຄວາມໝັ້ນຄົງ ສປຊ. ທ່ານ Lloyd Austin ຢັ້ງຢືນວ່າ ອາເມລິກາ ຈະສືບຕໍ່ໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະສືບຕໍ່ໜູນຊ່ວຍຫວຽດນາມ ແລະປະເທດຕ່າງໆເຂົ້າເຖິງແຫຼ່ງວັກຊິນເພື່ອຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປໂດຍໄວ.

ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ແລະທ່ານ Lloyd Austin ກໍ່ປຶກສາຫາລືບາງບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີຄວາມສຳຄັນຂອງການຮັບປະກັນສັນຕິພາບ, ເສລີພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ແສງເດືອນ