ເຂົ້າຮ່ວມພິທີອັດກອງປະຊຸມມີທ່ານຫງວຽນຝູຈ້ອງ ເລຂາທິການໃຫຍ່, ທ່ານ ຫງວຽນຊວນຟຸກ ປະທານປະເທດ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ, ພ້ອມດ້ວຍອະດີດການນຳພັກ, ລັດ ແລະສະມາຊິກສະພາແຫ່ງຊາດຊຸດທີ XV.

ກ່າວຄຳເຫັນອັດກອງປະຊຸມ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ  ຢັ້ງຢືນວ່າ ກອງປະຊຸມສະໄໝສາມັນ ເທື່ອທີ 1, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ໄດ້ດຳເນີນໃນສະພາບການທີ່ພະຍາດໂຄວິດ-19 ມີການຜັນແປສັບສົນຫຼາຍຢ່າງ, ແຜ່ລະບາດຢ່າງຮຸນແຮງຢູ່ນະຄອນໂຮ່ຈີມິນ ແລະບາງແຂວງພາກໃຕ້ ແລະມີຄວາມສ່ຽງແຜ່ລະບາດໃນວົງກວ້າງ. ຕໍ່ໜ້າສະພາບການດັ່ງກ່າວ, ສະພາແຫ່ງຊາດ ໄດ້ເປັນເອກະພາບສູງຕໍ່ການຕົກລົງຫຼຸດເວລາດຳເນີນກອງປະຊຸມລົງເຫຼືອ 8 ວັນເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດໄດ້ຕິດຕາມສະພາບການຕົວຈິງຢ່າງໃກ້ຊິດ, ມີການກະທຳຢ່າງທັນການ, ແບ່ງປັນ, ຮ່ວມເດີນທາງພ້ອມກັບທົ່ວລະບົບການເມືອງ, ລັດຖະບານ ເພື່ອເປົ້າໝາຍຮັກສາສຸຂະພາບຂອງປະຊາຊົນ.

leftcenterrightdel
ກອງປະຊຸມສະໄໝສາມັນ ເທື່ອທີ 1, ສະພາແຫ່ງຊາດ ຊຸດທີ XV ສຳເລັດລົງຢ່າງຈົບງາມ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ  ເນັ້ນໜັກວ່າ:        “ໂດຍຮັບຮູ້ຢ່າງເລິກເຊິ່ງຕໍ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍອັນໃຫຍ່ຫຼວງຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ, ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ໄດ້ເສີມຂະຫຍາຍນ້ຳໃຈຄວາມຮັບຜິດຊອບຢ່າງສູງ ແລະຄວາມຄາດຫວັງຢາກອຸທິດສ່ວນ, ໝູນໃຊ້ເວລາໃຫ້ໄດ້ຢ່າງສຸດຂີດ, ປ່ຽນແປງໃໝ່, ປະດິດຄິດສ້າງ, ປະກອບຫຼາຍຄຳຄິດເຫັນຢ່າງສຸດໃຈ, ເໝາະສົມເພື່ອໃຫ້ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາ ແລະປະກາດໃຊ້ມະຕິ 29 ສະບັບ, ໃນນັ້ນມີ 17 ສະບັບທີ່ກ່ຽວຂ້ອງເຖິງການຈັດຕັ້ງ ແລະບຸກຄະລາກອນ, ມະຕິຫົວເລື່ອງສະເພາະ 11 ສະບັບ, ມະຕິລວມກ່ຽວກັບກອງປະຊຸມ 1 ສະບັບ, ທັງແກ້ໄຂບັນຫາຮີບດ່ວນໃນສະເພາະໜ້າໄດ້ຢ່າງທັນການ, ທັງຕັດສິນຫຼາຍບັນຫາສຳຄັນທ່ີມີລັກສະນະຍຸດທະສາດ, ຍາວນານ, ປະກອບສ່ວນຊ່ວຍໃຫ້ກອງປະຊຸມປະສົບຜົນສຳເລັດໃນຫຼາຍດ້ານ”.

ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ສຸມໃສ່ຕີລາຄາກ່ຽວກັບໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະບັນດາມາດຕະການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ 6 ເດືອນທ້າຍປີ 2021; ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ 2021-2025 (ໃນນັ້ນມີເນື້ອໃນກ່ຽວກັບການເພີ່ມທະວີວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19); ແຜນນະໂຍບາຍລົງທຶນໃສ່ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ກໍ່ສ້າງຊົນນະບົດໃໝ່; ລົງທຶນສາທາລະນະໄລຍະກາງ, ການເງິນແຫ່ງຊາດ (ໃນນັ້ນມີແຜນການກູ້ຢືມ, ຊຳລະໜີ້ສາທາລະນະ 5 ປີໄລຍະ 2021-2025). ພິເສດ, ສະພາແຫ່ງຊາດໄດ້ຕົກລົງວຽກງານບຸກຄະລາກອນ: ປ່ອນບັດເລືອກຕັ້ງປະທານສະພາແຫ່ງຊາດ, ປະທານປະເທດ, ນາຍົກລັດຖະມົນຕີ,  ພ້ອມກັບການນຳບັນດາອົງການຂອງສະພາແຫ່ງຊາດ, ບັນດາອົງການແຫ່ງລັດ... ເພື່ອແນໃສ່ຕອບສະໜອງວຽກງານນຳພາຂອງພັກ, ຊີ້ນຳ, ບໍລິຫານຂອງລັດຢ່າງທັນການ; ປະກອບສ່ວນສ້າງຄວາມສົມບູນແບບ, ເປັນເອກະພາບກ່ຽວກັບພະນັກງານ, ການຈັດຕັ້ງ; ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃໝ່.

ໂດຍ: ແສງເດືອນ