ຕາມນັ້ນແລ້ວ, ສະຫາຍ ຟ້າມມິງຈີ໊ງ, ກຳມະການກົມການເມືອງ ຊຸດທີ XIII, ນາຍົກລັດຖະມົນຕີ ອາຍຸການ 2016-2021, ສະມາຊິກສະພາແຫ່ງຊາດ ຊຸດທີ XV - ສະພາແຫ່ງຊາດໄດ້ເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ອາຍຸການ 2021-2026. ພາຍຫຼັງມະຕິໄດ້ຮັບການຮັບຮອງເອົາ, ສະຫາຍນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໄດ້ປະຕິບັດພິທີສາບານຕົວດໍາລົງຕຳແໜ່ງ.

leftcenterrightdel
 
leftcenterrightdel
ສະຫາຍ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ປະຕິບັດພິທີສາບານຕົວດໍາລົງຕຳແໜ່ງ. ພາບ: ຈ້ອງຫາຍ

ສະຫາຍນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສາບານຕົວວ່າ: “ຕໍ່ໜ້າທຸງແດງດາວເຫຼືອງທີ່ສັກກະລະບູຊາຂອງປະເທດຊາດ, ຕໍ່ໜ້າສະພາແຫ່ງຊາດ, ພໍ່ແມ່ປະຊາຊົນ ແລະຜູ້ມີສິດເລືອກຕັ້ງທົ່ວປະເທດ, ຂ້າພະເຈົ້າ - ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຂໍປະຕິຍານຕົນວ່າ: ຈະຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະລັດຖະທໍາມະນູນ ແຫ່ງ ສສ ຫວຽດນາມ ຢ່າງເດັດຂາດ; ມານະພະຍາຍາມປະຕິບັດສໍາເລັດໜ້າທີ່ ເຊິ່ງພັກ, ລັດ ແລະປະຊາຊົນມອບໝາຍໃຫ້ເປັນຢ່າງດີ!”.

leftcenterrightdel
ສະຫາຍ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ຊົມເຊີຍສະຫາຍ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ. ພາບ: ຈ້ອງຫາຍ

ຕາງໜ້າສະພາແຫ່ງຊາດຫວຽດນາມ, ສະຫາຍ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ຮັບຮູ້ຄໍາປະຕິຍານຕົນຂອງສະຫາຍນາຍົກລັດຖະມົນຕີ ຟ້າມມິງຈີ໊ງ; ພ້ອມທັງມອບດອກໄມ້ ແລະອວຍພອນໃຫ້ສະຫາຍນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຈົ່ງປະສົບແຕ່ສິ່ງທີ່ດີງາມທີ່ສຸດ

ໂດຍ: ເຈິ່ນຮວ່ຽນ