ໃນໂທລະເລກຊົມເຊີຍ, ທ່ານ Li Zhanshu ປະທານສະພາແຫ່ງຊາດຈີນ ເນັ້ນໜັກວ່າໃນປະຈຸບັນ, ການພົວພັນຈີນ-ຫວຽດນາມ ກໍາລັງພັດທະນາຢ່າງມີສະຖຽນລະພາບ, ການພົບປະແລກປ່ຽນຮ່ວມມືລະຫວ່າງສະພາແຫ່ງຊາດຈີນ ແລະສະພາແຫ່ງຊາດຫວຽດນາມ ນັບມື້ນັບເຂົ້າສູ່ລວງເລິກ. ຫວ່າງມໍ່ໆມານີ້, ປະທານສະພາແຫ່ງຊາດສອງທ່ານໄດ້ມີການພົບປະທາງໄກ, ໃນການພົບປະ, ສອງທ່ານໄດ້ຕັ້ງໃຈແລກປ່ຽນກ່ຽວກັບການພົວພັນລະຫວ່າງສອງພັກ, ສອງລັດ ແລະບັນຫາຕ່າງໆທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ບັນລຸໄດ້ການຮັບຮູ້ລວມ.

leftcenterrightdel
ທ່ານ ເວືອງດີ່ງເຫວ້  ປະທານສະພາແຫ່ງຊາດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານສະພາແຫ່ງຊາດຈີນ ຢັ້ງຢືນວ່າ ທ່ານ ພ້ອມແລ້ວທີ່ຈະພ້ອມກັບທ່ານ ເວືອງດີ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ປະຕິບັດຕາມຄວາມຮັບຮູ້ລວມທີ່ບັນລຸໄດ້ລະຫວ່າງການນໍາຂັ້ນສູງຂອງສອງພັກ, ສອງລັດ, ຊຸກຍູ້ການຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຈີນ-ຫວຽດນາມ ໃຫ້ພັດທະນາໃນຍຸກສະໄໝໃໝ່ຢ່າງບໍ່ຢຸດຢັ້ງ.

ໂດຍ: ເກື່ອງດັ້ງ