leftcenterrightdel
ທ່ານນາງ ເລທິຕວຽດມາຍ ກ່າວຄໍາເຫັນທີ່ວາລະປະຊຸມຂອງສະພາສິດທິມະນຸດ. ພາບ: hanoimoi.com.vn.

ກອງປະຊຸມດໍາເນີນແຕ່ວັນທີ 22 ມິຖຸນາ ຫາວັນທີ 14 ກໍລະກົດ, ຜ່ານລະບົບທາງໄກ ແລະໂດຍກົງ. ກ່າວຄໍາເຫັນທີ່ວາລະປະຊຸມຕ່າງໆໃນຂອບເຂດກອງປະຊຸມຄັ້ງນີ້, ທ່ານນາງ ເລທິຕວຽດມາຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ຄຽງຂ້າງ ສປຊ, ອົງການການຄ້າໂລກ (WTO) ແລະອົງການຈັດຕັ້ງສາກົນອື່ນໆຢູ່ ເຊີແນວ ໄດ້ເຊີດຊູແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ຄວາມມານະພະຍາຍາມ ແລະຜົນງານຂອງຫວຽດນາມ ໃນການຊຸກຍູ້ ແລະປົກປັກຮັກສາສິດທິມະນຸດ; ທ່ານນາງຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນກົນໄກສິດທິມະນຸດ ສປຊ, ສະໜັບສະໜູນດໍາເນີນການເຈລະຈາຢ່າງມີເນື້ອແທ້, ມີລັກສະນະກໍ່ສ້າງກ່ຽວກັບບັນຫາສິດທິມະນຸດ. ຄຽງຂ້າງນັ້ນ, ທ່ານນາງ ເລທິຕວຽດມາຍ ກໍ່ຍົກໃຫ້ເຫັນຄວາມມານະພະຍາຍາມສູງສຸດຂອງຫວຽດນາມ ປົົກປັກຮັກສາສິດທິມະນຸດໃນການຮັບມືກັບພະຍາດໂຄວິດ-19, ເພື່ອຮັບປະກັນການຊົມໃຊ້ສິດທິມະນຸດພື້ນຖານຂອງປະຊາຊົນດ້ວຍບູລິມະສິດສູງສຸດນັ້ນແມ່ນການປົກປັກຮັກສາຊີວິດ, ສຸຂະພາບຂອງປະຊາຊົນ, ພິເສດແມ່ນກຸ່ມຄົນຖືກສ່ຽງໄພສູງ, ພ້ອມທັງຮັກສາການເຕີບໂຕເສດຖະກິດ...

ໂດຍ: ຈາງຫງວຽນ