ປະທານປະເທດຫວຽດນາມ ຕ້ອນຮັບບັນດາເອກອັກຄະລັດຖະທູດ ເຂົ້າຍື່ນສານຕາຕັ້ງ
ກປ.ອອນໄລ - ວັນທີ 13 ກໍລະກົດ, ທີ່ທໍານຽບປະທານປະເທດ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດ: ກູບາ, ສະຫະພັນລັດເຊຍ, ໄທ ແລະຈີເລ ເຂົ້າຍື່ນສານຕາຕັ້ງ ເນື່ອງໃນໂອກາດມາຮັບໜ້າທີ່ການທູດຢູ່ຫວຽດນາມ.
    |
 |
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລກປ່ຽນກັບທ່ານ Orlando Guillén ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ. |
ໃນການຕ້ອນຮັບທ່ານ Orlando Guillén ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ ເຂົ້າຍື່ນສານຕາຕັ້ງ, ທ່ານ ຫງວຽນຊວນຟຸກ ໄດ້ສະເໜີທ່ານເອກອັກຄະລັດຖະທູດ ໃນໄລຍະປະຕິບັດໜ້າທີ່ການທູດຂອງຕົນ ສືບຕໍ່ເອົາໃຈໃສ່ເຖິງການຮັກສາການພົບປະຂັ້ນສູງ ແລະທຸກຂັ້ນດ້ວຍຮູບການທີ່ເໝາະສົມ; ເສີມຂະຫຍາຍກົນໄກເຈລະຈາ ແລະການຮ່ວມມືລະຫວ່າງສອງພັກ, ຄະນະກຳມະການລະຫວ່າງລັດຖະບານສອງປະເທດ ຢ່າງມີປະສິດທິຜົນ. ພ້ອມທັງຂອບໃຈ ກູບາ ໄດ້ຈັດສົ່ງນັກຊ່ຽວຊານ ແລະໜູນຊ່ວຍຢາປິ່ນປົວພະຍາດໂຄວິດ-19 ໃຫ້ແກ່ຫວຽດນາມ, ທ່ານ ຫງວຽນຊວນຟຸກ ຕີລາຄາສູງກໍາລັງຄວາມສາມາດດ້ານເຕັກໂນໂລຢີກ່ຽວກັບວັກຊິນຂອງ ກູບາ. ສອງລັດຖະບານໄດ້ແລກປ່ຽນກ່ຽວກັບບັນຫາ ກູບາ ສະໜອງວັກຊິນປ້ອງກັນໂຄວິດ-19 ແລະຖ່າຍທອດເຕັກໂນໂລຢີໃຫ້ຫວຽດນາມ.
    |
 |
ທ່ານ Gennady Bezdetko ເອກອັກຄະລັດຖະທູດສະຫະພັນລັດເຊຍ ປະຈໍາ ຫວຽດນາມ ເຂົ້າຍື່ນສານຕາຕັ້ງ. ພາບ: vov.vn. |
ໃນການຕ້ອນຮັບທ່ານ Gennady Bezdetko ເອກອັກຄະລັດຖະທູດສະຫະພັນລັດເຊຍ ປະຈໍາ ຫວຽດນາມ ເຂົ້າຍື່ນສານຕາຕັ້ງ, ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ, ຍາມໃດກໍ່ກໍານົດວ່າ ສະຫະພັນລັດເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ, ປາດຖະໜາຢາກເພີ່ມທະວີການຮ່ວມມືກັບສະຫະພັນລັດເຊຍ ໃນທຸກຂົງເຂດ.
    |
 |
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະທ່ານ Nikorndej Blankura ເອກອັກຄະລັດຖະທູດໄທ ປະຈໍາ ຫວຽດນາມ. ພາບ: vov.vn. |
ໃນການຕ້ອນຮັບທ່ານ Nikorndej Blankura ເອກອັກຄະລັດຖະທູດໄທ ປະຈໍາ ຫວຽດນາມ ເຂົ້າຍື່ນສານຕາຕັ້ງ, ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີລະຫວ່າງສອງປະເທດ. ກ່ຽວກັບການຮ່ວມມືຫຼາຍຝ່າຍ, ທ່ານ ຫງວຽນຊວນຟຸກ ສະເໜີສອງຝ່າຍສົມທົບກັນຢ່າງມີປະສິດທິຜົນຢູ່ເວທີປາໄສ ສປຊ, ອາຊຽນ, ອາເປັກ...
    |
 |
ທ່ານ Patricio Becker ເອກອັກຄະລັດຖະທູດຈີເລ ປະຈໍາ ຫວຽດນາມ ເຂົ້າຍື່ນສານຕາຕັ້ງ. ພາບ: vov.vn. |
ໃນການຕ້ອນຮັບທ່ານ Patricio Becker ເອກອັກຄະລັດຖະທູດຈີເລ ປະຈໍາ ຫວຽດນາມ ເຂົ້າຍື່ນສານຕາຕັ້ງ, ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖື ຈີເລ ເປັນເພື່ອນມິດທີ່ໃກ້ຊິດ, ເປັນມູນເຊື້ອໃນຕະຫຼອດ 50 ປີຜ່ານມາ. ບົນພື້ນຖານການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ຈີເລ, ສອງຝ່າຍໄດ້ມານະພະຍາຍາມສ້າງຂອບເຂດຮ່ວມມືດ້ານການຄ້າ ແລະການລົງທຶນສອງຝ່າຍຜ່ານການລົງນາມສັນຍາການຄ້າເສລີ, ໃນນັ້ນມີສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP).
ໂດຍ: ເຈິ່ນຮວ່ຽນ