ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ໄດ້ສົ່ງຄຳຂອບອົກຂອບໃຈມາຍັງລັດຖະບານອົດສະຕາລີ ທີ່ໄດ້ໃຫ້ຄຳໝັ້ນສັນຍາອຸປະຖໍາ 40 ລ້ານໂດລາອົດສະຕາລີ (AUD) ໃຫ້ຫວຽດນາມ ເພື່ອສໍາຜັດກັບວັກຊິນກັນໂຄວິດ-19, ພິເສດ ລັດຖະບານອົດສະຕາລີ ໄດ້ໃຫ້ຄຳໝັ້ນສັນຍາຈະບໍລິຈາກວັກຊິນ AstraZeneca ທີ່ຜະລິດຢູ່ອົດສະຕາລີ ຕື່ມອີກ 1,5 ລ້ານໂດສ ໃຫ້ແກ່ຫວຽດນາມ ໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະທ່ານ Dan Tehan ລັດຖະມົນຕີກະຊວງການຄ້າ, ການທ່ອງທ່ຽວ ແລະລົງທຶນອົດສະຕາລີ. ພາບ: ສໍານັກຂ່າວສານຫວຽດນາມ

ຕີລາຄາສູງເລື່ອງຫວຽດນາມ ປະຕິບັດເປົ້າໝາຍຄວບຄູ່ເປັນຢ່າງດີໃນໄລຍະຜ່ານມາ ແລະໃຫ້ຂໍ້ສັງເກດວ່າ ພະຍາດໂຄວິດ-19 ຍັງເປັນສິ່ງທ້າທາຍຫຼາຍຢ່າງ, ທ່ານ Tehan ຖືວ່າ, ສອງປະເທດຄວນເພີ່ມທະວີການຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະກັນໃນໄລຍະຈະມາເຖິງ.

ຖືວ່າຂອບຂະໜາດຂອງສອງພື້ນຖານເສດຖະກິດຍັງບໍ່ສົມກັບການພົວພັນດ້ານການເມືອງທີ່ມີຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສະເໜີຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍ, ແກ້ໄຂບັນດາຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດສອງປະເທດ. ທ່ານ ຫງວຽນຊວນຟຸກ ຕີລາຄາສູງເລື່ອງທ່ານລັດຖະມົນຕີ Tehan ໄດ້ມີການເຈລະຈາກັບທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ປະສົບຜົນສໍາເລັດດ້ວຍການແລກປ່ຽນສໍາຄັນກ່ຽວກັບມາດຕະການຮ່ວມມືໃນຂົງເຂດການຄ້າ, ອຸດສາຫະກໍາ ແລະພະລັງງານ, ສຸມໃສ່ເປີດປະຕູຕະຫຼາດໃຫ້ແກ່ຜະລິດຕະພັນກະເສດ...; ຮ່ວມມືໃນຂົງເຂດການສຶກສາ-ບໍາລຸງສ້າງໃຫ້ມີປະສິດທິຜົນກວ່າອີກ, ເປັນຕົ້ນແມ່ນໃນການບໍາລຸງສ້າງພະນັກງານ...

ໂດຍ: ທະນາພອນ