ປະທານສະພາແຫ່ງຊາດຫວຽດນາມ ສົນທະນາທາງໄກກັບປະທານສະພາແຫ່ງຊາດຮຸງກາຣີ
ກປ.ອອນໄລ - ຕອນບ່າຍວັນທີ 12 ກໍລະກົດ, ທີ່ຫໍສະພາແຫ່ງຊາດ, ທ່ານ ເວືອງດີ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໄດ້ສົນທະນາທາງໄກກັບທ່ານ Lászlo Kövér ປະທານສະພາແຫ່ງຊາດຮຸງກາຣີ.
ໃນການສົນທະນາ, ການນໍາສອງທ່ານ ພ້ອມກັນຕີລາຄາວ່າ ຫວຽດນາມ ແລະຮຸງກາຣີ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມດ້ວຍປະຫວັດສາດຍາວນານກວ່າ 70 ປີ. ສອງຝ່າຍສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດສືບຕໍ່ມີບາດກ້າວພັດທະນາໃໝ່. ເຖິງວ່າປະສົບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນພະຍາດໂຄວິດ-19 ກໍ່ຕາມ, ແຕ່ວົງເງິນການຄ້າສອງສົ້ນປີ 2020 ຍັງບັນລຸປະມານ 1,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 40% ເມື່ອທຽບໃສ່ປີ 2019.
    |
 |
ທ່ານ ເວືອງດີ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແລະຄະນະຜູ້ແທນຫວຽດນາມ ທີ່ການສົນທະນາ. ພາບ: ຈຽນທັງ. |
ທ່ານ ເວືອງດີ່ງເຫວ້ ເນັ້ນໜັກວ່າ ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈຳການຊ່ວຍເຫຼືອ ແລະການສະໜັບສະໜູນທີ່ລໍ້າຄ່າຂອງຮຸງກາຣີ ໃນວິວັດການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ, ກໍ່ຄືສ້າງສາປະເທດຊາດໃນປະຈຸບັນ; ພ້ອມກັນນັ້ນ, ທ່ານ ກໍ່ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບຮຸງກາຣີ-ຄູ່ຮ່ວມມືຮອບດ້ານທໍາອິດຂອງຫວຽດນາມ ຢູ່ເອີຣົບກາງ - ເອີຣົບຕາເວັນອອກ.
ສ່ວນທ່ານ Lászlo Kövér ປາດຖະໜາວ່າ ທີ່ວາລະປະຊຸມຂອງຄະນະກໍາມະການປະສົມລະຫວ່າງລັດຖະບານສອງຝ່າຍ ທີ່ຈະດໍາເນີນໃນເດືອນຕຸລາຈະມາເຖິງນີ້, ອົງການທີ່ກ່ຽວຂ້ອງສອງຝ່າຍຈະສືບຕໍ່ປຶກສາຫາລືກ່ຽວກັບກົນໄກເພື່ອແນໃສ່ຊຸກຍູ້ການຮ່ວມມືໃນຂົງເຂດທີ່ຮຸງກາຣີ ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການ. ທ່ານ Lászlo Kövér ກໍ່ຫວັງວ່າ ບັນດາວິສາຫະກິດຫວຽດນາມ ສາມາດຖື ຮຸງກາຣີ ເປັນຂົວເຊື່ອມຕໍ່ເພື່ອຊຸກຍູ້ການລົງທຶນເຂົ້າສູ່ເອີຣົບ.
ໃນບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ສະໜິດສະໜົມ ແລະເຂົ້າໃຈເຊິ່ງກັນແລະກັນ, ປະທານສະພາແຫ່ງຊາດສອງທ່ານ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການກະກຽມ ແລະຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຢູ່ແຕ່ລະປະເທດ. ພ້ອມກັນແລກປ່ຽນຄໍາເຊື້ອເຊີນຢ້ຽມຢາມກັນຢ່າງເປັນທາງການ, ການນໍາສອງທ່ານ ໄດ້ສະແດງຄວາມຂອບໃຈ ແລະຕອບຮັບຄໍາເຊື້ອເຊີນດ້ວຍຄວາມປິຕິຍິນດີ; ວັນເວລາລະອຽດຂອງການຢ້ຽມຢາມຈະໄດ້ກະກຽມ ແລະແຈ້ງຜ່ານທາງການທູດ.
ໂດຍ: ຈາງຫງວຽນ