ຫວຽດນາມ ມານະພະຍາຍາມຍົກສູງຖານະບົດບາດຂອງແມ່ຍິງ ໃນບັນດາກຳລັງປະກອບອາວຸດ
ກປ.ອອນໄລ - ວັນທີ 8 ກໍລະກົດ, ທີ່ກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມກ່ຽວກັບການເຂົ້າຮ່ວມຂອງແມ່ຍິງໃນກຳລັງຕໍາຫຼວດທະເລຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ:
    |
 |
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ທີ່ກອງປະຊຸມຂ່າວທາງອອນລາຍ ໃນວັນທີ 8 ກໍລະກົດ 2021. ພາບ: ຫງວຽນຮົ່ງ. |
“ພັກ ແລະລັດຫວຽດນາມ ຍາມໃດກໍ່ມານະພະຍາຍາມປັບປຸງນະໂຍບາຍ, ກົດໝາຍ ເພື່ອຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະມອບສິດໃຫ້ແມ່ຍິງ, ສ້າງເງື່ອນໄຂສະດວກໃຫ້ແມ່ຍິງມີໂອກາດສໍາຜັດ ແລະເຂົ້າຮ່ວມໃນຂົງເຂດຊີວິດສັງຄົມໃຫ້ຫຼາຍກວ່າອີກ, ໃນນັ້ນມີການຍົກສູງຖານະບົດບາດຂອງແມ່ຍິງໃນບັນດາກຳລັງປະກອບອາວຸດ. ບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍເຊິ່ງໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກປະຊາຄົມສາກົນ.
ໂດຍຮັບດໍາລົງຕຳແໜ່ງວຽກງານທີ່ແຕກຕ່າງກັນ, ໃນໄລຍະຜ່ານມາ, ກຳລັງຕໍາຫຼວດທະເລຍິງຫວຽດນາມ ຍາມໃດກໍ່ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ ເປັນຢ່າງດີ, ປະກອບສ່ວນເຂົ້າໃນການປະຕິບັດຄຳໝັ້ນສັນຍາດ້ານການເມືອງ ຂອງພັກ ແລະລັດໃຫ້ປະກົດຜົນເປັນຈິງດ້ວຍບົດບາດແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ພ້ອມແລ້ວທີ່ຈະຮ່ວມແຮງຮ່ວມໃຈກັນແກ້ໄຂບັນດາບັນຫາສາກົນ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະໝັ້ນຄົງເພື່ອການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ”.
ໂດຍ: ຫງວຽນກຸກ