ທີ່ການຕ້ອນຮັບ, ທ່ານ ຟ້າມບິ່ງມີງ ໄດ້ຊົມເຊີຍເລື່ອງສອງຝ່າຍໄດ້ສ້າງຕັ້ງ, ຜັນຂະຫຍາຍສອງກຸ່ມປະຕິບັດງານກ່ຽວກັບການຮັບມືກັບພະຍາດໂຄວິດ-19 ໂດຍໄວ, ມຸ່ງໄປເຖິງການຍອມຮັບເຊິ່ງກັນ ແລະກັນກ່ຽວກັບໃບຢັ້ງຢືນວັກຊິນ, ການຮ່ວມມືເສດຖະກິດດີຈີຕອນ ເພື່ອແນໃສ່ສ້າງກຳລັງໜູນໃຫ້ແກ່ການຟື້ນຟູ ແລະພັດທະນາເສດຖະກິດໃຫ້ເໝາະສົມກັບສະພາບການໃໝ່.

leftcenterrightdel
ທ່ານ ຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ Vivian Balakrishnan  ລັດຖະມົນຕີການຕ່າງປະເທດສິງກະໂປ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ສອງຝ່າຍກວດກາຄືນໃໝ່ ແລະຊອກຫາມາດຕະການຜັນຂະຫຍາຍຂົງເຂດການຮ່ວມມືໃນຂອບເຂດສັນຍາວ່າດ້ວຍການເຊື່ອມຕໍ່ເສດຖະກິດຫວຽດນາມ-ສິງກະໂປ ຢ່າງມີປະສິດທິຜົນ; ຊຸກຍູ້ການຄ້າໃຫ້ພັດທະນາຕາມທິດສົມສ່ວນກັນ, ເປີດກວ້າງຮູບແບບເຂດອຸດສາຫະກຳຫວຽດນາມ-ສິງກະໂປ (VSIP) ໃນປະຈຸບັນໃຫ້ໄປຕາມທິດເຂດອຸດສາຫະກຳອັດສະລິຍະ, ເຕັກໂນໂລຢີສູງ, ປ່ຽນແປງໃໝ່ປະດິດຄິດສ້າງ ແລະເປັນມິດກັບສິ່ງແວດລ້ອມ.

ທ່ານ ຟ້າມບິ່ງມີງ ກໍ່ສະເໜີໃຫ້ສິງກະໂປ ສືບຕໍ່ໂຄງການຮ່ວມມືກ່ຽວກັບການຍົກສູງກຳລັງຄວາມສາມາດຢູ່ເຂດອະນຸພາກພື້ນແມ່ນ້ຳຂອງ, ສົມທົບທັດສະນະໃນບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ, ຮັບປະກັນເສີມຂະຫຍາຍຈິດໃຈສາມັກຄີ ແລະບົດບາດໃຈກາງຂອງອາຊຽນ.

ສ່ວນທ່ານ Vivian Balakrishnan ໄດ້ຢັ້ງຢືນວ່າ ຈະສົມທົບກັບກະຊວງການຕ່າງປະເທດຫວຽດນາມ ຊຸກຍູ້ການຢ້ຽມຢາມຂັ້ນສູງ ແລະທຸກຂັ້ນ, ຜັນຂະຫຍາຍຄຳເຫັນຊີ້ນຳຂອງການນຳສອງປະເທດຢ່າງມີປະສິດທິຜົນ; ປະກອບສ່ວນເຂົ້າໃນການນຳສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ໃຫ້ພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຜົນປະໂຫຍດລວມ.

ໂດຍ: ທະນາພອນ