ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີວ່າ ສອງປະເທດເພີ່ມທະວີການແລກປ່ຽນ, ການພົບປະຂັ້ນສູງ ແລະທຸກຂັ້ນຢ່າງມີໄຫວພິບ, ເໝາະສົມກັບການຜັນແປຂອງພະຍາດໂຄວິດ-19; ກວດກາຄືນ ແລະສະເໜີທິດທາງຜັນຂະຫຍາຍບັນດາຂົງເຂດລະອຽດຂອງສັນຍາເຊື່ອມຕໍ່ເສດຖະກິດຫວຽດນາມ-ສິງກະໂປ ຢ່າງມີປະສິດທິຜົນ; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດເຊິ່ງທັງສອງຝ່າຍມີຄວາມສາມາດບົ່ມຊ້ອນ ແລະມີຄວາມຕ້ອງການ, ຄື: ພະລັງງານຜະລິດຄືນໃໝ່, ກະສິກໍາເຕັກໂນໂລຢີສູງ...; ເປີດກວ້າງການຮ່ວມມືກັບບັນດາຂົງເຂດຂອງການປະຕິວັດອຸດສາຫະກໍາ 4.0...

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະທ່ານ Vivian Balakrishnan ລັດຖະມົນຕີການຕ່າງປະເທດສິງກະໂປ. ພາບ: ຈູງໂດ໊.

ສ່ວນທ່ານລັດຖະມົນຕີການຕ່າງປະເທດສິງກະໂປ Vivian Balakrishnan ໄດ້ຢືນຢັນທັດສະນະສະເໝີຕົ້ນສະເໝີປາຍຂອງລັດຖະບານສິງກະໂປ ແມ່ນຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ກວ່າອີກ; ທ່ານກໍ່ເນັ້ນໜັກເຖິງຄໍາໝັ້ນສັນຍາຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອຮັບປະກັນຟື້ນຟູເສດຖະກິດແບບຍືນຍົງຫຼັງພະຍາດໂຄວິດ-19. ສຳລັບບັນຫາທະເລຕາເວັນອອກ, ທ່ານ Vivian Balakrishnan ຢືນຢັນວ່າ ສິງກະໂປ ຖືເປັນສຳຄັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ສິດເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ອີງໃສ່ກົດໝາຍສາກົນ.

ໂດຍ: ທະນາພອນ