ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ລັດຖະບານ ຍາມໃດກໍ່ຮັບຟັງ, ເຂົ້າໃຈ,  ແບ່ງປັນຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຕີລາຄາສູງ ແລະມີມາດຕະການສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຂອງອົງການສ່ືມວນຊົນ, ນັກຂ່າວ, ຮັບປະກັນປະຕິບັດຖືກຕາມຂໍ້ກຳນົດຂອງກົດໝາຍໃນຂອບເຂດສິດອຳນາດຂອງລັດຖະບານ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະແດງຄວາມຊົມເຊີຍນັກຂ່າວທີ່ມີການປະກອບສ່ວນໃຫ້ແກ່ພາລະກິດສື່ມວນຊົນ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫວັງວ່າ ລັດຖະບານຈະໄດ້ຮັບການສະໜັບສະໜູນ, ການປະກອບຄຳເຫັນຈາກນັກຂ່າວເພື່ອສ້າງລັດຖະບານໃຫ້ມີຄວາມຊື່ກົງບໍລິສຸດ, ມີການກະທຳຢ່າງຂ້ຽວຂາດ, ມີປະສິດທິຜົນ, ເຂົ້າໃຈປະຊາຊົນ, ໃກ້ຊິດຕິດແທດກັບປະຊາຊົນ, ທຸກສິ່ງທຸກຢ່າງແມ່ນເພື່ອຜົນປະໂຫຍດຂອງຊາດ, ຂອງປະຊາຊົນ.

ໂດຍ: ແສງເດືອນ