ອົງການອະນາໄມໂລກ (WHO) ໄດ້ຈັດວັກຊິນ Vero-Cell ເຂົ້າບັນຊີລາຍຊື່ນໍາໃຊ້ສຸກເສີນ (EUL) ແລະໂຄງການ COVAX ຊື້ເພື່ອຊ່ວຍໃຫ້ບັນດາປະເທດໄດ້ສໍາຜັດກັບວັກຊິນຢ່າງສະເໝີພາບ.

leftcenterrightdel
ສຈ.ປອ. ຫງວຽນແທງລອງ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ແລະທ່ານ ຊຽງບໍ ເອກອັກຄະລັດຖະທູດຈີນ ປະຈໍາ ຫວຽດນາມ ແລກປ່ຽນບົດບັນທຶກມອບ-ຮັບເຄື່ອງຊ່ວຍເຫຼືອຫຼ້າ ລວມມີວັກຊິນຈໍານວນ 500.000 ໂດສ ແລະເຂັມສັກຢາ 502.400 ອັນ.

ວັກຊິນ Vero-Cell ໄດ້ແຈກຢາຍໄປ 70 ກວ່າປະເທດ, ໃນນັ້ນມີບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ຄື: ບຣູໄນ, ກໍາປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະໄທ. ວັກຊິນ Vero-Cell ຈໍານວນ 450 ກວ່າລ້ານໂດສ ໄດ້ຜະລິດ, ໃນນັ້ນມີ 100 ລ້ານໂດສ ແມ່ນໄດ້ສະໜອງຜ່ານຮູບການຊ່ວຍເຫຼືອຫຼ້າຂອງລັດຖະບານ ແລະຂາຍເປັນການຄ້າໃຫ້ແກ່ບັນດາວິສາຫະກິດ.

leftcenterrightdel
ທ່ານ ຊຽງບໍ ເອກອັກຄະລັດຖະທູດຈີນ ປະຈໍາ ຫວຽດນາມ ມອບເຄື່ອງຊ່ວຍເຫຼືອໃຫ້ລັດຖະບານ ແລະປະຊາຊົນຫວຽດນາມ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.

ຄາດຄະເນວ່າ, ວັກຊິນ Vero-Cell ຈໍານວນ 500.000 ໂດສ ເຊິ່ງ ຫວຽດນາມ ໄດ້ຮັບມານັ້ນຈະໄດ້ສັກໃຫ້ແກ່ 3 ກຸ່ມເປົ້າໝາຍ, ຄື: ພົນລະເມືອງຈີນ ທີ່ເຮັດວຽກຢູ່ຫວຽດນາມ; ຊາວຫວຽດນາມ ມີຄວາມຕ້ອງການຢາກຮໍ່າຮຽນ, ເຮັດວຽກ, ດໍາເນີນທຸລະກິດຢູ່ຈີນ; ປະຊາຊົນມີຄວາມຕ້ອງການນໍາໃຊ້ວັກຊິນນີ້, ພິເສດແມ່ນຢູ່ທ້ອງຖິ່ນຕ່າງໆທີ່ມີຊາຍແດນຕິດກັບ ສປ ຈີນ.

ໂດຍ: ໄຊຊະນະ