ໃນ​ວັນ​ທີ 19 ມິ​ຖຸ​ນາ 2021, ທີ່​ຫ້ອງວ່າ​ການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນະ​ຄອນ​ຫຼວງວຽງ​ຈັນ ທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້​ຖະ​ແຫຼງ​ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ Covid-19 ໃນໄລຍະວັນທີ 20 ມິຖຸນາ-04 ກໍລະກົດ 2021 ວ່າ: ມື້ນີ້ວັນທີ 19 ມິຖຸນາ 2021 ເປັນມື້ສຸດທ້າຍຂອງການສືບຕໍ່​ ຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ໄດ້ກຳນົດໃນຄຳສ່ັງເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ສະບັບເລກທີ 595/ຫສນຍ, ລົງວັນທີ 04 ມິຖຸນາ 2021 ແລະ ມາດຕະການຕ່າງໆທີ່ບັນດາຂະແໜງການທັງສູນກາງ ແລະ ທ້ອງຖິ່ນໄດ້ວາງອອກ, ເຫັນວ່າລັດຖະບານກໍ່ຄືອົງການປົກຄອງທ້ອງຖິ່ນໄດ້ສືບຕໍ່ຊີ້ນຳການຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພ້ອມທັງໄດ້ຮັບການຮ່ວມມືຈາກທຸກພາກສ່ວນໃນສັງຄົມ ແລະ ເພື່ອນມິດຕ່າງປະເທດເປັນຢ່າງດີເຮັດໃຫ້ການລະບາດພາຍໃນມີທ່າອ່ຽງຫຼຸດລົງ, ການຕິດເຊື້ອຢູ່ບັນດາແຂວງສ່ວນຫລາຍແມ່ນມາຈາກການນຳເຂົ້າ, ຢູ່ນະຄອນຫລວງວຽງຈັນ ເຖິງວ່າມີການລະບາດໃນຊຸມຊົນແຕ່ສາມາດຄວບຄຸມໄດ້ໃນລະດັບທີ່ແນ່ນອນ.

ເຖິງຢ່າງໃດກໍ່ຕາມ, ຍັງມີສິ່ງທ້າທາຍຫລາຍດ້ານເຊັ່ນ: ການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກບໍ່ເຄັ່ງຄັດ, ການຕິດເຊື້ອຢູ່ປະເທດອ້ອມຂ້າງຍັງສູງຢູ່ສົມທົບກັບມີລາຍງານ ການພົບເຫັນສາຍພັນໃໝ່ຂອງພະຍາດ Covid-19 ທີ່ສາມາດແຜ່ເຊື້ອໄວ ແລະ ມີຄວາມຮຸນແຮງກວ່າເກົ່າ, ສະນັ້ນ ເພື່ອຫລຸດຜ່ອນຜົນກະທົບດ້ານເສດຖະກິດ-ສັງຄົມ ແລະ ບັນລຸຄາດໝາຍໃນການເຮັດໃຫ້ມີຜູ້ຕິດເຊື້ອພະຍາດ Covid-19 ໜ້ອຍທີ່ສຸດ, ໃຫ້ມີຜູ້ເສຍຊີວິດໜ້ອຍທີ່ສຸດ ແລະ ໃຫ້ສັງຄົມໄດ້ຫັນໄປສູ່ການດຳລົງຊີວິດປົກກະຕິພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິໃໝ່ (New Normal) ໄດ້ໄວ ແລະ ທົ່ວເຖິງ, ລັດຖະບານ ຈຳເປັນຕ້ອງໄດ້ສືບຕໍ່ປະຕິບັດບັນດາມາດຕະການທີ່ໄດ້ລະບຸໃນຄຳສັ່ງສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ສະບັບເລກທີ 595/ຫສນຍ, ລົງວັນທີ 04 ມິຖຸນາ 2021 ແລະ ບັນດາຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງອອກໄປຕື່ມອີກ 15 ວັນ; ພ້ອມທັງສືບຕໍ່ປະ​ຕິ​ບັດມາດຕະການ ຄື: ສືບຕໍ່ເພີ່ມທະວີການຊອກຫາຜູ້ຕິດເຊື້ອມາປິ່ນປົວໂດຍມີການສົມທົບລະຫວ່າງອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆກັບບຸກຄະລາກອນທາງການແພດ ແລະ ພາກສ່ວນຕ່າງໆຂອງສັງຄົມດ້ວຍຫລາຍວິທີ; ພ້ອມທັງເພີ່ມການສັກວັກແຊງແກ່ກຸ່ມເປົ້າໝາຍຕ່າງໆ ໃຫ້ໄດ້ຕາມຄາດໝາຍ; ສືບຕໍ່ປິດຮ້ານກິນ-ດື່ມ, ຄາຣາໂອເກະ, ສະຖານບັນເທີງ, ຮ້ານສະໜຸກເກີ, ຮ້ານນວດ, ຮ້ານສະປາ, ອິນເຕີເນັດຄາເຟ ແລະ ຮ້ານເກມທຸກປະເພດໃນທົ່ວປະເທດ; ສືບຕໍ່ປິດສູນກິລາໃນຮົ່ມທຸກປະເພດ ແລະ ຫ້າມຫລິ້ນກິລາ ທີ່ຮ່າງກາຍມີການສຳພັດກັນ ເຊັ່ນ: ບານເຕະ, ຕີມວຍ ແລະ ອື່ນໆ ຢູ່ນະຄອນຫ​ລວງວຽງຈັນ ຫ​ລື ແຂວງທີ່ມີການລະບາດໃນຊຸມຊົນ; ສືບຕໍ່ປິດການຮຽນ-ການສອນ ຢູ່ສະຖານການສຶກສາທຸກຊັ້ນທຸກສາຍຢູ່ນະຄອນຫ​ລວງວຽງຈັນ, ຍົກເວັ້ນໂຮງຮຽນກິນນອນ; ສືບຕໍ່ປິດບັນດາໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫົວໜ່ວຍຫັດຖະກຳຢູ່ໃນເຂດ ຫລື ບ້ານທີ່ຖືກກຳນົດເປັນເຂດແດງ, ຍົກເວັ້ນໂຮງງານທີ່ພະນັກງານ, ກໍາມະກອນ ໄດ້ສັກວັກແຊງຄົບ 02 ເຂັມແລ້ວ, ໂຮງ​ງານ​ທີ່​ມີ​ຫໍ​ພັກ​ຂອງ​ແຮງ​ງານ​ຢູ່​ໃນ​ບໍ​ລິ​ເວນ​ໂຮງ​ງານ​ຂອງຕົນ, ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດ ແລະ ອຸປະກອນການແພດແຕ່ໃຫ້ມີການຄຸ້ມຄອງຕາມມາດຕະການປ້ອງກັນທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງ​ວດ.

leftcenterrightdel
ທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ. ພາບ: ຂປລ

ໃນໄລຍະພັກວຽກນີ້, ໃຫ້ຜູ້ປະກອບການຂອງບັນດາໂຮງງານ, ຫົວໜ່ວຍການຜະລິດທີ່ປິດມີລະບຽບການໃນການຄຸ້ມຄອງແຮງງານຢູ່ໃຕ້ຄວາມຮັບຜິດຊອບຂອງຕົນ ແລະ ປະສານສົມທົບກັບອົງການກ່ຽວຂ້ອງ ເພື່ອປະຕິບັດນະໂຍບາຍສະຫວັດດີການໃຫ້ແກ່ແຮງງານເຫລົ່ານັ້ນຖືກຕ້ອງ, ຄົບຖ້ວນຕາມລະບຽບການ. ສືບຕໍ່ຫ້າມບຸກຄົນເດີນທາງເຂົ້າ-ອອກເຂດທີ່ມີການຕິດເຊື້ອ (ເຂດແດງ) ຕາມການກໍານົດຂອງຄະນະສະເພາະກິດ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງຂັ້ນທີ່ກ່ຽວຂ້ອງດ້ວຍເງື່ອນໄຂ ແລະ ເຫດຜົນຈຳເປັນ; ສືບຕໍ່ຫ້າມຈັດງານລ້ຽງສັງສັນ ຫລື ຊຸມແຊວທຸກຮູບແບບຢູ່ທຸກສະຖານທີ່; ສືບຕໍ່ໃຫ້ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫລື ເຈວລ້າງມື.

ສຳລັບມາດຕະການຜ່ອນຜັນມີດັ່ງນີ້ : ສືບຕໍ່ອະນຸຍາດໃຫ້ເປີດສູນການຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາກ, ຕະຫລາດສົດ, ຕະຫລາດຂາຍອາຫານ ໂດຍໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫລື ເຈວລ້າງມື; ສືບຕໍ່ອະນຸຍາດໃຫ້ຍ່າງອອກກຳລັງກາຍຕາມສະຖານທີ່ຕ່າງໆ ແລະ ຫລິ້ນກິລາກາງແຈ້ງທີ່ຮ່າງກາຍບໍ່ໄດ້ສຳພັດກັນ; ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມຢູ່ນອກເຂດແດງ ແຕ່ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ ແລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ; ສືບຕໍ່ອະນຸຍາດໃຫ້ນັ່ງກິນ, ດື່ມຢູ່ຮ້ານອາຫານ, ຮ້ານກາເຟ ທີ່ຢູ່ນອກເຂດແດງໂດຍໃຫ້ຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 01 ແມັດຂຶ້ນໄປ ແລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ,  ແຕ່ບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫລົ້າ ທຸກປະເພດຢ່າງເດັດຂາດ; ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມ, ໂຮມຊຸມນຸມທີ່ມີຜູ້ເຂົ້າຮ່ວມບໍ່ເກີນ 50 ຄົນຢູ່ສະຖານທີ່ນອກເຂດແດງແຕ່ຕ້ອງສາມາດຮັກສາໄລຍະຫ່າງ 01 ແມັດຂຶ້ນໄປໂດຍການຈັດກອງປະຊຸມດັ່ງກ່າວຕ້ອງໄດ້ປະຕິບັດຕາມມາດຕະການຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດເປັນຕົ້ນແທກອຸນຫະພູມ,  ການຮັກສາໄລຍະຫ່າງຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫລື ເຈວລ້າງມືຄັກແນ່; ສືບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ເພື່ອຫາປາຕາມລຳນໍ້າເຂດຊາຍແດນລະຫວ່າງປະເທດໃນໄລຍະເວລາ ແຕ່ 08:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບກໍາລັງ ປກຊ-ປກສ ຢູ່ແຕ່ລະພື້ນທີ່ອອກລະບຽບການຄຸ້ມຄອງ, ກຳນົດຈຳນວນເຮືອຫາປາແລ້ວຈຶ່ງອະນຸຍາດໂດຍກ່ອນຈະອອກໄປກໍ່ຕ້ອງໄດ້ບັນທຶກການປ່ອຍອອກ ແລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນກໍ່ໃຫ້ຕິດຕາມກວດກາການຈັດຕັ້ງປະຕິບັດຢ່າງໃກ້ຊິດ ແລະ ເຂັ້ມງວດ; ສືບຕໍ່ອະນຸຍາດໃຫ້ເດີນ​ທາງ​​ເຂົ້າ​-ອອກ​ຢູ່​ພາຍ​ໃນ​ທ້ອງຖິ່ນທີ່ບໍ່​ມີ​ການ​ລະ​ບ​າດໃນ​ຊຸມ​ຊົນໄດ້ປົກ​ກະ​ຕິ; ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານ​ທາງບົກ, ທາງນໍ້າ ແລະ ທາງອາກາດລະຫວ່າງ​ແຂວງ​ຕໍ່​ແຂວງ​ທີ່​ບໍ່​ມີ​ການ​ລະ​ບາດໃນຊຸມຊົນໄດ້ໂດຍບໍ່ໃຫ້ມີການຈຳກັດ ບໍລິເວນ; ສຳລັບຜູ້ໂດຍສານເຂົ້າ-ອອກນະຄອນຫ​ລວງວຽງຈັນ ຫລື ແຂວງທີ່ມີການລະບາດໃນຊຸມຊົນຕ້ອງສັກວັກແຊງຄົບ 02 ເຂັມໂດຍບໍ່ໃຫ້ມີການຈໍາກັດບໍລິເວນ ແລະ ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດເປັນຕົ້ນແທກອຸນຫະພູມ,  ການຮັກສາໄລຍະຫ່າງຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫ​ລື ເຈວລ້າງມືຄັກແນ່; ສືບຕໍ່ອະ​ນຸ​ຍາດ​ໃຫ້ຜູ້ຂັບຂີ່ລົດ ແລະ ພະນັກງານຂົນສົ່ງສິນ​ຄ້າ​ເຂົ້າ​-ອອກ ລະ​ຫວ່າງແຂວງ​ຫາແຂວງ ແລະ ນະຄອນຫລວງວຽງຈັນ ຫາແຂວງສາມາດສົ່ງສິນຄ້າ ເຖິງປາຍທາງໄດ້ໂດຍບໍ່ຈຳເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່​ຕ້ອງກວດ​ຫາ​ເຊື້ອ​ພະຍາດ Covid-19 ແລະ ບໍ່ຈຳກັດບໍລິເວນຢູ່ແຂວງປາຍທາງແຕ່ຕ້ອງ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ການ​ຕິດ​ເຊື້ອ ແລະ ແຜ່​ເຊື້ອ​ທີ່​ຄະ​ນະ​ສະ​ເພາະ​ກິດ​ວາງ​ອອກຢ່າງເຂັ້ມງວດ.

ສຳລັບການຂົນສົ່ງສິນຄ້າລະຫວ່າງປະເທດໃຫ້ສືບຕໍ່ຈັດຕັ້ງປະຕິບັດຕາມທີ່ໄດ້ເຄີຍປະຕິບັດ ໃນໄລຍະຜ່ານມາ. ໃນພາກປະຕິບັດຕົວຈິງໃຫ້ທຸກພາກສ່ວນກ່ຽວຂ້ອງປະຕິບັດເປັນເອກະພາບຕາມຄຳແນະນຳຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຄຳແນະນຳຂອງກະຊວງໂຍທາທິການ ແລະ ຂົນສົ່ງສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021; ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ນະຄອນຫລວງວຽງຈັນ, ວິສາຫະກິດທົ່ວນະຄອນຫລວງວຽງຈັນ ພິຈາລະນາໃຫ້ພະນັກງານ, ລັດຖະກອນ, ກຳມະກອນຂອງຕົນມາປະຈຳການປົກກະຕິຖ້າເຫັນວ່າ ຫ້ອງເຮັດວຽກຂອງແຕ່ລະການຈັດຕັ້ງສາມາດຮັບປະກັນການຮັກສາໄລຍະຫ່າງໄດ້ ຫລື ຜູ້ທີ່ໄດ້ສັກວັກແຊງ ຄົບ 02 ເຂັມ, ແຕ່ຖ້າການຈັດຕັ້ງໃດບໍ່ສາມາດຮັກສາໄລຍະຫ່າງໄດ້ໃຫ້ຜັດປ່ຽນກັນມາປະຈຳການ; ອະນຸຍາດໃຫ້ເປີດຮ້ານ ເສີມສວຍຢູ່ນອກເຂດແດງແຕ່ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ ແລະປະຕິບັດມາດຕະການປ້ອງກັນ ການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ; ອະນຸຍາດໃຫ້ເປີດການຮຽນ-ການສອນສຳລັບການສຶກສາກ່ອນໄວຮຽນ, ສາມັນສຶກສາ, ອາຊີວະສຶກສາ, ວິທະຍາໄລ ແລະ ການສຶກສາຊັ້ນສູງຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ; ອະນຸຍາດໃຫ້ເປີດສະຖານທີ່ທ່ອງທ່ຽວ ແລະ ສວນອາຫານ, ແຕ່ບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫລົ້າ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ.

ພ້ອມ​ນີ້, ທ່ານນາງ ທິບພະກອນ ຈັນທະວົງສາ ໄດ້ຮຽກຮ້ອງມາຍັງທຸກການຈັດຕັ້ງ,​ ທຸກອົງການຂອງພັກ, ລັດ,​ ອົງການຈັດຕັ້ງແນວໂຮມ, ອົງການຈັດຕັ້ງມະຫາຊົນ,​ ການຈັດຕັ້ງທາງສັງຄົມຈົ່ງເປັນກຳລັງແຮງໃນການຈັດຕັ້ງປະຕິບັດບັນດາມາດຕະການທີ່ລັດຖະບານວາງອອກຢ່າງເປັນເອກະພາບ ແລະ ມີຄວາມຮັບຜິດຊອບສູງ ແລະ ໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດໂດຍສະເພາະ ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫລື ເຈວລ້າງມືເປັນປະຈຳ. ສຳ​ລັບມາດຕະການທີ່ໄດ້ກ່າວມານັ້ນ, ມີຜົນສັກສິດນັບແຕ່ວັນທີ 20 ມິຖຸນາ ຫາ ວັນທີ 4 ກໍລະກົດ 2021. ໃນພາກປະຕິບັດຕົວຈິງຈະໄດ້ມີການປະເມີນ, ທົບທວນ ແລະ ດັດປັບໃຫ້ເໝາະສົມຕື່ມ, ກໍລະນີມີການປ່ຽນແປງ ລັດຖະບານຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.

ເນື້ອໃນ: ຂປລ