ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕີລາຄາສູງບົດບາດຂອງ WHO ໃນການຕໍ່ສູ້ຕ້ານໂຄວິດ-19 ໃນທົ່ວໂລກ, ພ້ອມທັງຂອບໃຈ WHO ແລະຜູ້ຕາງໜ້າອົງການນີ້ຢູ່ຫວຽດນາມ ທີ່ໄດ້ໜູນຊ່ວຍຫວຽດນາມ ຢ່າງຕັ້ງໜ້າໃນກວ່າໜຶ່ງປີເຄິ່ງທີ່ຜ່ານມາ. ທ່ານ ຫວູດຶກດາມ ສະເໜີ WHO ຊຸກຍູ້ການມອບສົ່ງວັກຊິນໃນໂຄງການ COVAX ໃຫ້ແກ່ ຫວຽດນາມ ໂດຍໄວ, ເພີ່ມທະວີການຮ່ວມມືຖ່າຍທອດເຕັກໂນໂລຢີເພື່ອໃຫ້ຫວຽດນາມ ກາຍເປັນໜຶ່ງໃນບັນດາສູນຜະລິດວັກຊິນໃນພາກພື້ນ, ຜ່ານນັ້ນປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມແນໃສ່ໜູນຊ່ວຍບັນດາປະເທດໃນພາກພື້ນສໍາຜັດກັບແຫຼ່ງວັກຊິນຢ່າງທັນການ.

leftcenterrightdel
ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມທາງອອນລາຍກັບທ່ານປອ Takeshi Kasai, ຜູ້ອໍານວຍການ WHO ພາກພື້ນປາຊີຟິກຕາເວັນຕົກ, ໃນຕອນເຊົ້າວັນທີ 17 ມິຖຸນາ 2021. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານປອ Takeshi Kasa ກໍ່ຕີລາຄາສູງວິທີສໍາຜັດກັບວັກຊິນທີ່ຖືກຕ້ອງ ແລະມີປະສິດທິຜົນຂອງຫວຽດນາມ. ຜູ້ອໍານວຍການ WHO ພາກພື້ນປາຊີຟິກຕາເວັນຕົກໃຫ້ຄໍາໝັ້ນສັນຍາຈະສືບຕໍ່ໜູນຊ່ວຍ, ຄຽງບ່າຄຽງໄຫຼ່ພ້ອມກັບຫວຽດນາມ ໃນການຮັບມືກັບໂລກລະບາດ; ຊຸກຍູ້ການມອບສົ່ງແຫຼ່ງວັກຊິນໃນໂຄງການ COVAX ໃຫ້ແກ່ຫວຽດນາມ ໂດຍໄວ; ໜູນຊ່ວຍການຖ່າຍທອດເຕັກໂນໂລຢີ, ພິຈາລະນາຄວາມສາມາດຮ່ວມມືເພື່ອໃຫ້ຫວຽດນາມ ກາຍເປັນສູນຄົ້ນຄວ້າ, ຜະລິດວັກຊິນໃນພາກພື້ນ.

ເນື່ອງໃນໂອກາດນີ້, ຜູ້ອໍານວຍການ WHO ພາກພື້ນປາຊີຟິກຕາເວັນຕົກ ໄດ້ສົ່ງຄໍາຂອບໃຈມາຍັງລັດຖະບານຫວຽດນາມ ທີ່ໄດ້ໜູນຊ່ວຍ 500.000 ໂດລາສະຫະລັດໃຫ້ແກ່ໂຄງການ COVAX, ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງຫວຽດນາມ ທີ່ມີຕໍ່ຄວາມມານະພະຍາຍາມລວມ; ພ້ອມທັງຂອບໃຈຫວຽດນາມ ທີ່ໄດ້ຮັບ ແລະປິ່ນປົວຫາຍດີໃຫ້ຜູ້ຕິດເຊື້ອໂຄວິດ-19 ເຊິ່ງແມ່ນຊ່ຽວຊານຂອງ WHO.  

ໂດຍ: ໄຊຊະນະ