leftcenterrightdel
ທ່ານ ຫງວຽນແທັງລອງ, ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ເຮັດວຽກທາງອອນລາຍກັບທ່ານ Jose Angel Portal Miranda ລັດຖະມົນຕີກະຊວງສາທາລະນະສຸກກູບາ. ພາບ: ເຈິ່ນມິງ.

ຝ່າຍກູບາ ໃຫ້ຮູ້ວ່າ ວັກຊິນປ້ອງກັນໂຄວິດ-19 Abdala ຂອງກູບາ ໄດ້ຜ່ານ 3 ໄລຍະທົດລອງເບື້ອງຕົ້ນມາແລ້ວ. ຜົນການທົດລອງໄດ້ສະແດງໃຫ້ເຫັນວ່າວັກຊິນ Abdala ສາມາດສະກັດກັ້ນ SARS-CoV-2 ສາຍພັນໃໝ່ປະເພດຕ່າງໆໄດ້ ເຊິ່ງເປັນຄັ້ງທໍາອິດທີ່ກວດພົບຢູ່ອາຟຣີກາ ແລະບຣາຊີນ, ມີຄວາມປອດໄພສູງ, ມີຄວາມຕ້ານທານຕໍ່ພະຍາດໄດ້ດີ. ຝ່າຍກູບາ ສະແດງຄວາມພ້ອມໃນການລົງນາມຮ່ວມມືກັບຫວຽດນາມ ກ່ຽວກັບການສະໜອງວັກຊິນ Abdala, ພ້ອມທັງຮ່ວມມືກັບຫວຽດນາມ ເພື່ອຖ່າຍທອດເຕັກໂນໂລຢີໃນການຜະລິດວັກຊິນນີ້. ຖ້າຫວຽດນາມ  ຕ້ອງການວັກຊິນທີ່ກູບາ ກຳລັງຜະລິດຢູ່ຫຼາຍກວ່າຈໍານວນທີ່ມີໃນປັດຈຸບັນນັ້ນ ກູບາ ຈະເປີດໂຮງງານຜະລິດຕື່ມອີກ 2 ແຫ່ງເພື່ອຕອບສະໜອງຄວາມຕ້ອງການຂອງຫວຽດນາມ.

ທ່ານລັດຖະມົນຕີ ຫງວຽນແທັງລອງ ສະແດງຄວາມຂອບໃຈຕໍ່ເຈດຕະນາດີຂອງກູບາ ໃນການຮ່ວມມືກັບຫວຽດນາມ. ກະຊວງສາທາລະນະສຸກຫວຽດນາມ ສະໜັບສະໜູນການຮ່ວມມືນີ້ ແລະມອບໃຫ້ສູນວັກຊິນ ແລະຢາຊີວະພາບ ຍາຈາງ (IVAC) ເປັນຫົວໜ່ວຍຕິດຕໍ່ພົວພັນໃນການຮັບເອົາການຖ່າຍທອດເຕັກໂນໂລຢີ ແລະຜະລິດວັກຊິນ Abdala. 

ໂດຍ: ກວຽດເຕິມ