ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ການກະກຽມແຜນຮ່າງ “ຍຸດທະສາດການກໍ່ສ້າງ ແລະປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ເຖິງປີ 2030, ກຳນົດທິດເຖິງປີ 2045” ແມ່ນໜ້າທີ່ສໍາຄັນ ເຊິ່ງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກວາງອອກ. ທ່ານປະທານປະເທດ ຕີລາຄາສູງຕໍ່ຄະນະການເມືອງພາຍໃນສູນກາງໄດ້ເຮັດວຽກຢ່າງຮີບເຮັ່ງ, ຕັ້ງໜ້າ, ມີຄວາມຮັບຜິດຊອບເພື່ອກະກຽມແຜນການ, ບັນຊີເອກະສານຕ່າງໆເພື່ອຮັບໃຊ້ຄະນະຊີ້ນຳການກໍ່ສ້າງແຜນຮ່າງ.

leftcenterrightdel
ທ່ານ ຫງວຽນຊວນຟຸກ, ປະທານປະເທດ, ຫົວໜ້າຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ຖືວ່າ ຕ້ອງກຳນົດຂອບເຂດ, ເວລາກຳນົດຂອງແຜນຮ່າງ; ກວດກາຄືນຊື່ຂອງຍຸດທະສາດຖືກຕາມເນື້ອໃນຈິດໃຈຊີ້ນຳຂອງສູນກາງ. ເມື່ອປັບປຸງສຳເລັດ ແລະຜັນຂະຫຍາຍ, ແຜນຮ່າງຕ້ອງມີຄວາມໝາຍສຳຄັນຕໍ່ການພັດທະນາຂອງປະເທດ, ເພາະສະນັ້ນຕ້ອງສະແດງໃຫ້ເຫັນທັດສະນະ, ແນວທາງຂອງພັກກ່ຽວກັບການປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມໃຫ້ສົມບູນແບບ. ການກໍ່ສ້າງເນື້ອໃນຂອງແຜນຮ່າງຕ້ອງມີວິທີການສຳຜັດຮັບປະກັນດ້ານວິທະຍາສາດ, ມີຄວາມເຫັນກວ້າງມອງໄກເຖິງປີ 2045, ປ່ຽນແປງໃໝ່ ແລະເໝາະສົມກັບທ່າອ່ຽງພັດທະນາບົນພື້ນຖານການຄົ້ນຄວ້າສະຖານະການພາຍໃນປະເທດ ແລະສາກົນຢ່າງເປັນລະບົບ.

ພ້ອມກັນນັ້ນ, ທ່ານ ຫງວຽນຊວນຟຸກ ກໍ່ໃສ່ໃຈເຖິງການຊາບຊຶມແນວຄິດປະທານໂຮ່ຈີມິນ ກ່ຽວກັບລັດແຫ່ງອຳນາດນິຕິບັນຍັດຢູ່ຫວຽດນາມ ໃນແຜນຮ່າງ; ຢັ້ງຢືນທັດສະນະລັດແມ່ນຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ, ມີການຕິດຕາມກວດກາຂອງປະຊາຊົນ ແລະປົກປ້ອງສິດທິມະນຸດ, ສິດຂອງພົນລະເມືອງ. ແນວຄິດປະທານໂຮ່ຈີມິນ ກ່ຽວກັບລັດແຫ່ງອຳນາດນິຕິບັນຍັດຕ້ອງສືບຕໍ່ໄດ້ຮັບການຊາບຊຶມ, ຕະຫຼອດໃນວິວັດການກໍ່ສ້າງ ແລະປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຢູ່ຫວຽດນາມ ໃຫ້ສົມບູນແບບ.

ທ່ານໃຫ້ຮູ້ວ່າ ທ້າຍເດືອນມິຖຸນາ ນີ້, ຄະນະຊີ້ນຳຈະຈັດວາລະປະຊຸມຄັ້ງທຳອິດ, ປະກອບຄຳເຫັນກ່ຽວກັບ “ແຜນການຜັນຂະຫຍາຍການກໍ່ສ້າງແຜນຮ່າງຍຸດທະສາດການກໍ່ສ້າງ ແລະປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ເຖິງປີ 2030,  ກຳນົດທິດເຖິງປີ 2045”, ທ່ານປະທານປະເທດ ຮຽກຮ້ອງຜູ້ປະຈຳການຄະນະຊີ້ນຳ ແລະບັນດາອົງການກ່ຽວຂ້ອງກະກຽມໜ້າທີ່, ເນື້ອໃນທີ່ໄດ້ຮັບການມອບໝາຍໃຫ້, ຮັບປະກັນກອງປະຊຸມຂອງຄະນະຊີ້ນຳບັນລຸຄຸນນະພາບ ແລະມີປະສິດທິຜົນສູງ.

ໂດຍ: ແສງເດືອນ