ທີ່ການເຈລະຈາ, ທ່ານ ເວືອງດິ່ງເຫວ້ ແລະທ່ານ Tony Smith ເຫັນດີເປັນເອກະພາບຕີລາຄາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ. ໃນສະພາບການລວມນັ້ນ, ສາຍພົວພັນລະຫວ່າງສະພາແຫ່ງຊາດສອງປະເທດກໍ່ພັດທະນາອັນດີງາມບົນພື້ນຖານຂໍ້ຕົກລົງຮ່ວມມືໄລຍະໃໝ່ລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດສະຫະພັນອົດສະຕາລີ (ລວມມີສະພາສູງ ແລະສະພາຕ່ໍາ) ນັບແຕ່ເດືອນພຶດສະພາ 2013 ທັງດ້ານສອງຝ່າຍ ແລະຫຼາຍຝ່າຍ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ທີ່ການເຈລະຈາທາງໄກ. ພາບ: ຈ໊ຽນຖັ໊ງ.

ຕີລາຄາສູງບົດບາດຂອງອົດສະຕາລີ ຢູ່ພາກພື້ນອາຊີ-ປາຊີຟິກ ແລະໃນໂລກ, ທ່ານ ເວືອງດິ່ງເຫວ້ ສະເໜີສອງຝ່າຍສືບຕໍ່ຮັກສາການແລກປ່ຽນ, ພົບປະຂັ້ນຕ່າງໆດ້ວຍບັນດາຮູບການເໝາະສົມ; ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ສູ້ຊົນຍົກວົງເງິນການຄ້າສອງສົ້ນໃຫ້ຂຶ້ນທົບສອງເທົ່າເມື່ອທຽບກັບປະຈຸບັນ; ສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດປ້ອງກັນຊາດ, ວິທະຍາສາດເຕັກໂນໂລຢີ...; ສະໜັບສະໜູນການສຳຜັດ ແລະຖ່າຍທອດເຕັກໂນໂລຢີຜະລິດວັກຊິນກັນໂຄວິດ-19 ໃຫ້ບັນດາປະເທດຍັງປະສົບກັບຄວາມຫຍຸ້ງຍາກ, ໃນນ້ັນມີຫວຽດນາມ.

leftcenterrightdel
ຄະນະຜູ້ແທນຫວຽດນາມ ທີ່ການເຈລະຈາທາງໄກ. ພາບ: ຈ໊ຽນຖັ໊ງ.

ທີ່ການເຈລະຈາທາງໄກ, ການນຳສອງທ່ານໄດ້ແລກປ່ຽນບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍຢ້ັງຢືນທັດສະນະສະເໝີຕົ້ນສະເໝີປາຍຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ໂດຍ: ສົມເພັດ