ທີ່ການຕ້ອນຮັບ, ທ່ານ ເວືອງດິ່ງເຫວ້ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າ, ຍາວນານ; ສະໜັບສະໜູນຍີ່ປຸ່ນ ປະກອບສ່ວນຕັ້ງໜ້າໃຫ້ສັນຕິພາບ ແລະການພັດທະນາຂອງພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Yamada Takio ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ຫວຽດນາມ. ພາບ: ຈ໊ຽນທັ໊ງ.

ພ້ອມກັບການຮ່ວມມືດ້ານການເມືອງ, ເສດຖະກິດ, ການລົງທຶນ, ຫວຽດນາມ ຕີລາຄາສູງ ແລະຂອບໃຈຍີ່ປຸ່ນ ຍາມໃດກໍ່ເອົາໃຈໃສ່ ແລະໜູນຊ່ວຍທຶນ ODA. ທ່ານ ເວືອງດິ່ງເຫວ້ ຂອບໃຈຍີ່ປຸ່ນ ທີ່ໄດ້ສະໜອງລະບົບຕ່ອງໂສ້ເຢັນຮັກສາວັກຊິນກັນໂຄວິດ-19 ໃຫ້ຫວຽດນາມ, ປາດຖະໜາວ່າຍີ່ປຸ່ນ ຈະແບ່ງປັນວັກຊິນ, ຮ່ວມມືກ່ຽວກັບການຖ່າຍທອດເຕັກໂນໂລຢີຜະລິດວັກຊິນກັນໂຄວິດ-19 ໃຫ້ຫວຽດນາມ. ທ່ານ ເວືອງດິ່ງເຫວ້ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາໃນການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດໃນໄລຍະຜ່ານມາ; ປະກອບສ່ວນຕັ້ງໜ້າໃຫ້ການຮັດແໜ້ນ, ປັບປຸງ ແລະເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງຫວຽດນາມ-ຍີ່ປຸ່ນ.

ສ່ວນທ່ານ Yamada Takio ກໍ່ຂອບໃຈທ່ານ ເວືອງດິ່ງເຫວ້ ທີ່ໄດ້ເຈາະຈີ້ມຫຼາຍເນື້ອໃນແທດຈິງໃນການພົວພັນສອງປະເທດ ແລະສອງສະພາແຫ່ງຊາດ. ສະພາແຫ່ງຊາດຫວຽດນາມ ນັບມື້ນັບມີບົດບາດສໍາຄັນໃນການຕັດສິນບັນດານະໂຍບາຍພັດທະນາເສດຖະກິດ-ສັງຄົມແບບຍືນຍົງ, ກວມລວມ ແລະດຶງດູດການລົງທຶນຕ່າງປະເທດ, ໃນນັ້ນມີຍີ່ປຸ່ນ. ສະຖານທູດຍີ່ປຸ່ນ ປະຈໍາ ຫວຽດນາມ ຈະພະຍາຍາມສົ່ງຄວາມຄິດເຫັນຂອງວິສາຫະກິດຍີ່ປຸ່ນ ເຖິງສະພາແຫ່ງຊາດຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ