ທີ່ການຕ້ອນຮັບ, ທ່ານ ເວືອງດິ່ງເຫວ້ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດສູງຕໍ່ການປັບປຸງ ແລະເພີ່ມທະວີການພົວພັນ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ,  ຍືນຍົງຍາວນານ” ກັບກໍາປູເຈຍ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Chay Navuth ເອກອັກຄະລັດຖະທູດກຳປູເຈຍ ປະຈຳ ຫວຽດນາມ. ພາບ: ຈ໊ຽນທັ໊ງ.

ຕີລາຄາສູງຜົນງານທຸກດ້ານເຊິ່ງກໍາປູເຈຍ ບັນລຸໄດ້ໃນໄລຍະຜ່ານມາ ແລະຄວາມມານະພະຍາຍາມ, ມາດຕະການຂອງລັດຖະບານກໍາປູເຈຍ ແນໃສ່ຮັບມືກັບພະຍາດໂຄວິດ-19, ທ່ານ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ການນໍາ ແລະປະຊາຊົນຫວຽດນາມ ຍາມໃດກໍ່ເອົາໃຈໃສ່ຕິດຕາມສະພາບການພະຍາດໂຄວິດ-19 ໃນປະຈຸບັນຢູ່ກຳປູເຈຍ. ບົນຈິດໃຈສາມັກຄີ, ສະໜິດຕິດພັນ, ມູນເຊື້ອຊ່ວຍເຫຼືອເຊິ່ງກັນ ແລະກັນຜ່ານຜ່າຄວາມຫຍຸ້ງຍາກ, ທ່ານ ເວືອງດິ່ງເຫວ້ ຫວັງວ່າ ການໜູນຊ່ວຍຂອງຫວຽດນາມ ໃນໄລຍະຜ່ານມາຈະປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຂອງກໍາປູເຈຍ ເພື່ອແນໃສ່ຄວບຄຸມ ແລະຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປ. ພ້ອມທັງຕີລາຄາວ່າ, ໃນໄລຍະຜ່ານມາ, ສອງປະເທດໄດ້ຕັ້ງໜ້າສົມທົບກັນ, ໜູນຊ່ວຍເຊິ່ງກັນ ແລະກັນຈັດຕັ້ງບັນດາເຫດການພົວພັນຕ່າງປະເທດຫຼາຍຝ່າຍໂດຍແຕ່ລະປະເທດເປັນເຈົ້າພາບ; ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສລັດຖະສະພາພາກພື້ນ ແລະສາກົນ.     

ສ່ວນທ່ານ Chay Navuth ສະແດງຄວາມຂອບໃຈພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ໄດ້ມອບໃຫ້ສະພາແຫ່ງຊາດກໍາປູເຈຍ ກິດຈະກໍາສໍານັກງານເຮັດວຽກຂອງຄະນະເລຂາ ແລະບັນດາຄະນະກຳມາທິການຂອງສະພາແຫ່ງຊາດກຳປູເຈຍ; ພ້ອມທັງໃຫ້ຮູ້ວ່າ ກິດຈະກຳດັ່ງກ່າວອາດຈະເລີ່ມລົງມືກໍ່ສ້າງໃນທ້າຍປີ 2021, ຕົ້ນປີ 2022. ທ່ານ Chay Navuth ກໍ່ຂອບໃຈສະພາແຫ່ງຊາດຫວຽດນາມ ທີ່ໄດ້ໜູນຊ່ວຍສະພາແຫ່ງຊາດກໍາປູເຈຍ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດໃນໄລຍະຜ່ານມາ.

ໂດຍ: ເຈິ່ນຮວ່ຽນ