ທ່ານເອກອັກຄະລັດຖະທູດ T.S Tirumurti ຊີ້ແຈ້ງວ່າບັນດາຫົວຂໍ້ທີ່ຫວຽດນາມ ຍົກອອກມາປຶກສາຫາລືຢູ່ວາລະປະຊຸມຈຸດສຸມຂອງ ສປຊ ຄື “ຊຸກຍູ້ການຮ່ວມມືລະຫວ່າງ ສປຊ ແລະບັນດາອົງການຈັດຕັ້ງພາກພື້ນ” ຫຼື “ປົກປັກຮັກສາພື້ນຖານໂຄງລ່າງທີ່ຈຳເປັນຂອງປະຊາຊົນ” ຫຼື “ມາດຕະການແກ້ໄຂບັນຫາລະເບີດບໍ່ທັນແຕກ” ລ້ວນແຕ່ມີຄວາມໝາຍສໍາຄັນທີ່ສຸດ. ອິນເດຍ ປາດຖະໜາຢາກສືບຕໍ່ຮ່ວມມືກັບຫວຽດນາມ ໃນຊຸມເດືອນຕໍ່ໄປຢູ່ສະພາຄວາມໝັ້ນຄົງ.

leftcenterrightdel
ວັນທີ 29 ເມສາ 2021, ທ່ານດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດຫວຽດນາມ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ເປັນປະທານວາລະສະຫຼຸບການເຄື່ອນໄຫວໃນຖານະປະທານສະພາຄວາມໝັ້ນຄົງ ສປຊ ເດືອນເມສາ 2021. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຂະນະນັ້ນ, ທ່ານເອກອັກຄະລັດຖະທູດ ອານຸພາບ ວົງໜໍ່ແກ້ວ ໄດ້ຕີລາຄາວ່າ ຫວຽດນາມ ນັບມື້ນັບສວມບົດບາດສໍາຄັນກວ່າໃນ ສປຊ, ເປັນຕົ້ນແມ່ນຢູ່ສະພາຄວາມໝັ້ນຄົງ.

ທ່ານເອກອັກຄະລັດຖະທູດ ອານຸພາບ ວົງໜໍ່ແກ້ວ ຕີລາຄາສູງຕໍ່ທຸກໆຫົວຂໍ້ທີ່ຫວຽດນາມ ຍົກອອກມາປຶກສາຫາລືໃນເດືອນເມສາ ຍ້ອນມີລັກສະນະແທດຈິງ ແລະສຳຄັນໃນການແກ້ໄຂສິ່ງທ້າທາຍຕ່າງໆ ເຊິ່ງໂລກພວມຕ້ອງປະເຊີນໜ້າ. ທ່ານ ອານຸພາບ ວົງໜໍ່ແກ້ວ ເຊື່ອໝັ້ນວ່າ ບັນດາຫົວຂໍ້ດັ່ງກ່າວບໍ່ພຽງແຕ່ມີຄວາມເໝາະສົມເທົ່ານັ້ນຫາກຍັງຈະປະກອບສ່ວນຢ່າງແທດຈິງເຂົ້າໃນການຊຸກຍູ້ການປະຕິບັດບັນດາໂຄງການ, ການເຄື່ອນໄຫວ ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ກັບບັນດາອົງການຈັດຕັງພາກພື້ນ, ຊ່ວຍໃຫ້ສະພາຄວາມໝັ້ນຄົງຮັບຮອງເອົາບັນດາມະຕິຢ່າງທັນການ ເພື່ອແນໃສ່ຮັກສາສັນຕິພາບ ແລະຄວາມໝັ້ນຄົງຂອງໂລກ, ພິເສດແມ່ນພາກພື້ນອາຊີ ອີກດ້ວຍ.

ໂດຍ:ທະນາພອນ