ໃນການສົນທະນາທາງໂທລະສັບກັບທ່ານ ຫວາງອີ ລັດຖະມົນຕີການຕ່າງປະເທດຈີນ, ລັດຖະມົນຕີສອງທ່ານ ຖືວ່າ ການພົວພັນລະຫວ່າງສອງພັກ, ສອງປະເທດໃນໄລຍະຜ່ານມາສືບຕໍ່ຮັກສາທ່າພັດທະນາຢ່າງຕັ້ງໜ້າ. ການຮ່ວມມືດ້ານເສດຖະກິດ-ການຄ້າຍັງມີການເຕີບໂຕໃນສະພາບທີ່ໄດ້ຮັບຜົນສະທ້ອນອັນໃຫຍ່ຫຼວງຈາກພະຍາດໂຄວິດ-19. ສອງປະເທດໄດ້ແບ່ງປັນອຸປະກອນການແພດ ແລະບົດຮຽນໃນການຕ້ານພະຍາດໂຄວິດ-19, ໜູນຊ່ວຍເຊິ່ງກັນ ແລະກັນໃນເວລາທີ່ມີພະຍຸ, ນໍ້າຖ້ວມ ແລະໄພພິບັດທາງທຳມະຊາດເກີດຂຶ້ນ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົບປະແລກປ່ຽນຂັ້ນສູງ ແລະທຸກຂັ້ນ. ສອງຝ່າຍໄດ້ແລກປ່ຽນຢ່າງຈິງໃຈ ແລະເປີດອົກເປີດໃຈກ່ຽວກັບບັນຫາທາງທະເລ ແລະເຫັນດີສືບຕໍ່ເສີມຂະຫຍາຍບົດບາດຂອງກົນໄກການເຈລະຈາໃນປະຈຸບັນ...

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນການສົນທະນາທາງໂທລະສັບກັບທ່ານ Subrahmanyam Jaishankar ລັດຖະມົນຕີຕ່າງປະເທດອິນເດຍ, ລັດຖະມົນຕີທັງສອງທ່ານໄດ້ເຫັນດີເປັນເອກະສັນວ່າ ໃນໄລຍະຈະມາເຖິງ, ຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການປະຕິບັດໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2021-2023; ຮັກສາກົນໄກການຮ່ວມມືສອງຝ່າຍທີ່ມີຢູ່ແລ້ວຢ່າງເປັນປະຈຳ, ສົມທົບກັນຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນປີ 2022, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະສູ້ຊົນບັນລຸຄາດໝາຍວົງເງິນການຄ້າໃຫ້ໄດ້ 15 ຕື້ໂດລາສະຫະລັດ.

ໃນການສົນທະນາທາງໂທລະສັບກັບທ່ານ Nasser Bourira ລັດຖະມົນຕີການຕ່າງປະເທດ, ການຮ່ວມມືອາຟະລິກາ ແລະຊາວມາຣົກ ຢູ່ຕ່າງປະເທດ, ລັດຖະມົນຕີທັງສອງທ່ານໄດ້ແລກປ່ຽນກ່ຽວກັບມາດຕະການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ, ເປັນຕົ້ນແມ່ນໃນຂົງເຂດການຄ້າ, ການລົງທຶນ, ທະນາຄານ, ວັດທະນະທຳ, ການທ່ອງທ່ຽວ... ລັດຖະມົນຕີທັງສອງທ່ານໄດ້ເຫັນດີເປັນເອກະພາບຈະເພີ່ມທະວີການສົມທົບກັນ ເພື່ອເສີມຂະຫຍາຍບົດບາດຂອງກົນໄກຮ່ວມມືໂດຍກະຊວງການຕ່າງປະເທດຂອງສອງປະເທດເປັນປະທານຮ່ວມ,  ຄືຄະນະກໍາມະການປະສົມ, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະມາຣົກ ເລິກເຊິ່ງຂຶ້ນຕື່ມ.

ໂດຍ: ທະນາພອນ