ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ໄດ້ຊົມເຊີຍທ່ານ Konstantin Vnukov ທີ່ໄດ້ສໍາເລັດໜ້າທີ່ການທູດຢູ່ຫວຽດນາມ ເປັນຢ່າງດີ ແລະໄດ້ຮັບຫຼຽນໄຊມິດຕະພາບ-ລາງວັນອັນສູງສົ່ງຂອງລັດຫວຽດນາມ ຍ້ອນມີການປະກອບສ່ວນຢ່າງຕັ້ງໜ້າໃນການປັບປຸງ ແລະເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ ກວ່າອີກ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Konstantin Vnukov ເອກອັກຄະລັດຖະທູດສະຫະພັນລັດເຊຍ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະສະໜິດຕິດພັນລະຫວ່າງສອງຊາດ, ມີຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ໃນໄລຍະຜ່ານມາ. ທ່ານປະທານປະເທດສະແດງຄວາມຊົມເຊີຍຕໍ່ເລື່ອງສອງປະເທດໄດ້ຮັກສາການພົບປະຂັ້ນຕ່າງໆເປັນປະຈໍາ, ພິເສດແມ່ນຂັ້ນສູງ, ກໍ່ຄືຕີລາຄາສູງຕໍ່ຜົນການໂອ້ລົມທາງໂທລະສັບທີ່ຜ່ານມາລະຫວ່າງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະທ່ານປະທານາທິບໍດີ Vladimir Putin, ປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດ, ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ.

ສ່ວນທ່ານ Konstantin Vnukov ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອ, ອາລົມຈິດທີ່ຮັກແພງເຊິ່ງພັກ, ລັດ, ລັດຖະບານ, ບັນດາກະຊວງ, ຄະນະ, ຂະແໜງການຂອງຫວຽດນາມ ໄດ້ສະຫງວນໃຫ້ສ່ວນຕົວທ່ານເອງ, ກໍ່ຄືສະຖານທູດລັດເຊຍ ປະຈໍາ ຫວຽດນາມ ໃນວິວັດການປະຕິບັດງານຢູ່ຫວຽດນາມ ເພື່ອປະ​ຕິ​ບັດສຳ​ເລັດ​ໜ້າທີ່ທີ່ໄດ້ຮັບມອບໝາຍ; ທ່ານຢັ້ງຢືນວ່າ ຍາມໃດກໍ່ຖືເປັນສໍາຄັນການພັດທະນາ ແລະເປີດກວ້າງການຮ່ວມມືສອງຝ່າຍເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ. ທ່ານ Konstantin Vnukov ໃຫ້ຮູ້ວ່າ ພາຍຫຼັງທີ່ອອກຈາກຫວຽດນາມ ເຖິງວ່າຢູ່ໃນຖານະຕຳແໜ່ງໃດ, ທ່ານກໍ່ຈະມານະພະຍາຍາມເພີ່ມພູນຄູນສ້າງໃຫ້ແກ່ການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານອັນດີງາມລະຫວ່າງສະຫະພັນລັດເຊຍ ແລະຫວຽດນາມ.

ໂດຍ: ເກື່ອງດັ້ງ